ກອງປະຊຸມປຶກສາຫາລື ລະຫວ່າງ ສະພາປະຊາຊົນແຂວງ ແລະ ຄະນະກໍາມະການປົກຄອງແຂວງ.

ມ.ນ. 26, 2026

ຕອນບ່າຍວັນທີ 17 ມີນາ 2026, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງ ສະພາປະຊາຊົນແຂວງ ແລະ ຄະນະກໍາມະການປົກຄອງແຂວງ, ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ພິໄລທອງ ຈິດມະນີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີຄະນະປະຈໍາສະພາປະຊາຊົນແຂວງ, ຄະນະຫ້ອງວ່າການສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ, ຫ້ອງວາການແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ, ທ່ານ ວົງສີ ບຸນທີໃຈ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ໄດ້ຕາງໜ້າຄະນະຮັບຜິດຊອບ ຜ່ານຮ່າງແຜນການກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V. ຫຼັງຈາກນັ້ນ, ປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈີ້ມ ແລະ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການກະກຽມບັນດາເນື້ອໃນຕ່າງໆ ທີ່ຈະເຂົ້າຜ່ານໃນກອງປະຊຸມຄັ້ງນີ້ ຄົບຖ້ວນສົມບູນ ແລະ ມອບໃຫ້ພະແນກການ, ອົງການທີ່ກ່ຽວຂ້ອງສົ່ງບັນດາເນື້ອໃນຕ່າງໆທີ່ຈະນໍາເຂົ້າຜ່ານໃນກອງປະຊຸມໃຫ້ຄະນະຮັບຜິດຊອບລວບລວມ, ພ້ອມທັງສືບຕໍ່ປະສານສົມທົບກັນໃຫ້ກົມກຽວ ລະຫວ່າງ ສະພາປະຊາຊົນແຂວງ ກັບ ຄະນະກໍາມະການປົກຄອງແຂວງ ແລະ ຂໍທິດຊີ້ນໍາຈາກຂັ້ນເທິ່ງທັດຕົນ ເມື່ອເຫັນວ່າມີບາງບັນຫາທີ່ພົບຄວາມຫຍຸ້ງຍາກ ເພື່ອຮັບປະກັນດ້ານເນື້ອໃນໃຫ້ຮັດກຸມ ແລະ ສອດຄ່ອງກັບສະພາບຕົວຈິງຂອງສັງຄົມ ກໍ່ຄືທ້ອງຖິ່ນຕົນ ແລະ ໃຫ້ທັນກັບເວລາ.
ພ້ອມນັ້ນ, ຄະນະປະທານກອງປະຊຸມຍັງໄດ້ມີຄໍາເຫັນຊີ້ນໍາ, ສະຫຼຸບສັງລວມ ແລະ ໄດ້ເນັ້ນໜັກໃຫ້ແຕ່ລະພາກ ສ່ວນເອົາໃຈໃສ່ຕໍ່ໜ້າວຽກທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນເປັນຕົ້ນແມ່ນ: ກະກຽມບັນດາບົດລາຍງານຂອງຄະນະກໍາມະການປົກຄອງແຂວງ, ຂອງສະພາປະຊາຊົນແຂວງ ແລະ ບັນຫາພົ້ນເດັ່ນອື່ນໆ ທີ່ຈະນໍາເຂົ້າຜ່ານໃນກອງປະຊຸມດັ່ງກ່າວ ເພື່ອຮັບປະກັນໃນການຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຂອງບັນດາທ່ານສະມາຊິກສພາປະຊາຊົນແຂວງ ຖືກຕ້ອງສອດຄອງຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ພິຈາລະນາຮັບຮອງເອົາບັນຫາສໍາຄັນຕ່າງໆ ໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ຮັບປະກັນໃນການນໍາໄປຈັດຕັ້ງປະຕິບັດໃຫ້ສໍາເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້.  ພາບ/ຂ່າວ: ສະພາປະຊາຊົນແຂວງ.