(ສພຊ) – ຕອນບ່າຍວັນທີ 24 ມີນາຜ່ານມາ, ທ່ານ ພົຈວ. ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານແຜນການເຄື່ອນໄຫວວຽກງານໄອຍະການປະຊາຊົນ 5 ປີ (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງມີ 6 ຄາດໝາຍສູ້ຊົນຄື:
1. ຍົກສູງຄຸນນະພາບການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ໃຫ້ບັນລຸ 95% ຂຶ້ນໄປ ຂອງການຄົ້ນຄວ້າແກ້ໄຂຄະດີ ແລະ ໃຫ້ບັນລຸ 95% ທີ່ສານຕັດສິນເອົາຕາມຄໍາຖະແຫຼງຂອງໄອຍະການ.
2. ປັບປຸງກົງຈັກການຈັດຕັ້ງຂອງອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານຂັ້ນຕ່າງໆ ໃຫ້ເຂັ້ມແຂງ, ໜັກແໜ້ນ, ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃຫ້ມີປະສິດທິພາບສູງຂຶ້ນ.
3. ຖັນແຖວພະນັກງານໄອຍະການປະຊາຊົນ ແລະ ໄອຍະການທະຫານທຸກລະດັບ ໄດ້ຮັບການພັດທະນາທັງທາງດ້ານຈຳນວນ ແລະ ຄຸນນະພາບເປັນກ້າວໆ ໂດຍຖືສໍາຄັນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຈັນຍາທໍາ ໄປຄຽງຄູ່ກັບຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ, ພາສາຕ່າງປະເທດ ແລະ ດ້ານອື່ນທີ່ເຫັນວ່າມີຄວາມຈຳເປັນ, ແລະ ຕ້ອງໄດ້ຮັບການປະເມີນການປະຕິບັດໜ້າທີີ່ວຽກງານໃນແຕ່ລະປີ.
4. ຄົ້ນຄວ້າ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
5. ປັບປຸງກົນໄກ ແລະ ວິທີການ ໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ການປະຕິບັດພາລະບົດບາດຕິດຕາມກວດກາການປະຕິບັດກົດໝາຍ ແລະ ການໂຕ້ຖຽງໃນທີ່ປະຊຸມສານ, ການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ, ການປະຕິບັດຄໍາຕັດສິນຂອງສານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ຮັບປະກັນໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດໄປຕາມຂັ້ນຕອນທີ່ກົດໝາຍກຳນົດໄວ້.
6. ເພີ່ມທະວີການຈັດຕັ້ງປະຕິບັດກົນໄກການປະສານງານຮ່ວມກັບພາກສ່ວນກ່ຽວຂ້ອງ ເພືີ່ອເຮັດໃຫ້ການເຄືີ່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບປະກັນຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ.

