(ສພຊ) – ວັນທີ 24 ມີນາຜ່ານມາ, ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ ໄດ້ລາຍງານແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງມີ 5 ຄາດໝາຍສູ້ຊົນຄື:
1. ສ້າງຜູ້ພິພາກສາ, ພະນັກງານຂອງສານ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ-ຈັນຍາທໍາ, ສ້າງເປັນມືອາຊີບສະເພາະດ້ານ, ສ້າງຜູ້ພິພາກສາດີ-ເກັ່ງ ໃຫ້ໄດ້ຫຼາຍກວ່າ 85%.
2. ຂະຫຍາຍການຈັດຕັ້ງສານປະຊາຊົນເຂດ ໃຫ້ໄດ້ຢ່າງໜ້ອຍ 5 ແຫ່ງ (ເຂດ 4 ແຂວງຈຳປາສັກ, ເຂດ 6 ແຂວງສະຫວັນນະເຂດ, ເຂດ 3 ແຂວງຄໍາມ່ວນ, ເຂດ 4 ແຂວງຫົວພັນ ແລະ ເຂດ 3 ແຂວງຫຼວງນໍ້າທາ) ທັງປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ເປັນລະບົບຄົບຊຸດ, ໜັກແໜ້ນເຂັ້ມແຂງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.
3. ສ້າງກົນໄກການບໍລິຫານຄະດີແບບໃໝ່ ເຮັດໃຫ້ມີຄວາມໂປ່ງໃສທຸກຂັ້ນຕອນໃນການດໍເນີນຄະດີຢູ່ສານ ເພື່ອຮັບປະກັນໃຫ້ການພິຈາລະນາແກ້ໄຂຄະດີມີຄວາມວ່ອງໄວ ບັນລຸຕາມມະຕິສະພາແຫ່ງຊາດກຳນົດຄື: ຄະດີແພ່ງ-ການຄ້າ 76% ຂຶ້ນໄປ, ຄະດີຄອບຄົວ-ເດັກ-ແຮງງານ ແລະ ປົກຄອງ 85% ຂຶ້ນໄປ ແລະ ຄະດີອາຍາ 90% ຂຶ້ນໄປ ທັງຮັບປະກັນຄຸນນະພາບ, ອັດຕາການຂໍອຸທອນແຕ່ລະປະເພດຄະດີ ບໍ່ໃຫ້ເກີນ 15% ແລະ ຄວາມພໍໃຈຂອງຄູ່ຄວາມຕໍ່ກັບການຕັດສິນ, ພິພາກສາ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ການຂໍລົບລ້າງຫຼຸດລົງໃນແຕ່ລະປີ.
4. ສ້າງ ແລະ ປັບປຸງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບ ໃຫ້ສຳເລັດ 4 ສະບັບ (ກົດໝາຍວ່າດ້ວຍການດໍາເນີນຄະດີເດັກ, ກົດໝາຍວ່າດ້ວຍຄ່າທໍານຽມສານ, ກົດໝາຍວ່າດ້ວຍການດຳເນີນຄະດິປົກຄອງ ແລະ ກົດໝາຍວ່າດ້ວຍສານປະຊາຊົນ) ຕາມແຜນການສ້າງ ແລະ ປັບປຸງກົດໝາຍທີ່ສະພາແຫ່ງຊາດຮັບຮອງ ແລະ ອອກນິຕິກຳໃຕ້ກົດໝາຍໃຫ້ໄດ້ຢ່າງໜ້ອຍປີລະ 10 ສະບັບ.
5. ສືບຕໍ່ຄົ້ນຄວ້າກົນໄກການບໍລິຫານສານ ໃຫ້ມີຄຸນນະພາບ ແລະ ເຂົ້າສູ່ທັນສະໄໝ, ສ້າງພື້ນຖານໂຄງລ່າງຂອງສານປະຊາຊົນແຕ່ລະຂັ້ນ ໃຫ້ຮອງຮັບການປະຕິບັດພາລະບົດບາດຂອງອົງການຕຸລາການ ຕາມທີ່ກົດໝາຍກໍານົດໄວ້.

