ໂຄງການທາງລົດໄຟ ແຕ່ຕົວເມືອງທ່າແຂກ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມ

ມ.ນ. 25, 2026

(ສພຊ) – ວາລະກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນຕອນເຊົ້າວັນທີ 24 ມີນານີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ໃນນາມປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ປະທານຄະນະກຳມະການຊີ້ນໍາລະດັບຊາດ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ໄດ້ລາຍງານກ່ຽວກັບໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ ຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ (ຊາຍແດນລາວ-ຫວຽດນາມ) ໄລຍະທາງ 147 ກິໂລແມັດ (ກມ) ໃນຮູບແບບ BOT ເຊິ່ງເປັນ 1 ໃນ 3 ຊ່ວງໄລຍະຂອງໂຄງການທາງລົດໄຟ ລາວ-ຫວຽດນາມ ເລີ່ມຈາກນະຄອນຫຼວງວຽງຈັນ ຫາ ທ່າເຮືອຫວຸ້ງອ່າງ ສສ.ຫວຽດນາມ ມີໄລຍະທາງປະມານ 562.8 ກມ; ຜ່ານການສຶກສາທາງດ້ານເຕັກນິກ, ສັງຄົມ-ສິ່ງແວດລ້ອມ ແລະ ການຄົ້ນຄວ້າແຫຼ່ງທຶນ, ໄດ້ມີຜົນສໍາເລັດດັ່ງນີ້:
1. ດ້ານເສດຖະກິດ-ເຕັກນິກ:
– ຖືກຮັບຮອງບົດທົບທວນຄືນການສຶກສາຄວາມເປັນໄປໄດ້ (FS) ທາງດ້ານເສດຖະກິດ-ເຕັກນິກໂຄງການແລ້ວ (ສະບັບເລກທີ 20915/ຍທຂ.ກທຟ, ລົງວັນທີ 19 ສິງຫາ 2022);
– ຖືກຮັບຮອງຜົນການສໍາຫຼວດອອກແບບວິສະວະກຳເບື້ອງຕົ້ນ (Pre-FEED) ກ່ອນການສໍາຫຼວດອອກແບບລະອຽດ (Detail Design) ຂອງໂຄງການ (ສະບັບເລກທີ 858/ກທຟ, ລົງວັນທີ 12 ພະຈິກ 2025);
– ມີອັດຕາຜົນຕອບແທນ Project IRR= 7.1% ແລະ Equity IRR= 11.2% ແລະ ມີໄລຍະເວລາຂອງການຄືນທຶນ 14 ປີ;
– ລາງລົດໄຟ ເປັນລາງມາດຕະຖານສາກົນ 1,435 ແມັດ (ຄືກັບທາງລົດໄຟລາວ-ຈີນ) ແລະ ນໍາໃຊ້ເຕັກໂນໂລຊີສາກົນ;
– ເປົ້າໝາຍການນໍາໃຊ້ ແມ່ນເພື່ອຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຂອງພາຍໃນປະເທດ ແລະ ພາກພື້ນ;
– ຄວາມໄວອອກແບບຂົນສົ່ງໂດຍສານ 150 ກມ/ຊມ ແລະ ຂົນສົ່ງສິນຄ້າໃນລະດັບ 80 ກມ/ຊມ.
2. ດ້ານສິ່ງແວດລ້ອມ-ສັງຄົມ:
ໂຄງການດັ່ງກ່າວ ມີເຂດສະຫງວນແລວທາງລົດໄຟ ເບື້ອງລະ 50 ແມັດ ແລະ ບາງຊ່ວງຈະໄດ້ສະຫງວນພຽງແຕ່ 20 ແມັດ ເນື່ອງຈາກບໍ່ຢາກໃຫ້ຖືກກະທົບ 3 ປະເພດປ່າ; ກວມເອົາ 4 ຕົວເມືອງ (ທ່າແຂກ 26 ກມ, ມະຫາໄຊ 36 ກມ, ຍົມມະລາດ 63 ກມ ແລະ ບົວລະພາ 22 ກມ), ກວມເນື້ອທີ່ທັງໝົດ 1,628.40 ເຮັກຕາ (ຮຕ), ກວມ 48 ບ້ານ 2,210 ຄອບຄົວ ແລະ ມີຕອນດິນ 3,148 ຕອນ.
ໂຄງການໄດ້ຮັບຮອງມູນຄ່າການຊົດເຊີຍແລ້ວ ຕາມມະຕິຄະນະປະຈຳສະພາປະຊາຊົນແຂວງຄໍາມ່ວນ (ສະບັບເລກທີ 111/ຄປຈ.ສພຂ, ລົງວັນທີ 22 ເມສາ 2025) ແລະ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການນໍາໃຊ້ນະໂຍບາຍວ່າດ້ວຍການທົດແທນຄ່າເສຍຫາຍເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ (ສະບັບເລກທີ 745/ຈຂ, ລົງວັນທີ 6 ພຶດສະພາ 2025); ນອກຈາກນັ້ນ, ຍັງໄດ້ມີການຮັບຮອງວຽກງານສິ່ງແວດລ້ອມດັ່ງນີ້:
– ໄດ້ຮັບການຮັບຮອງເອົາບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (ສະບັບເລກທີ 0222/ກສລ, ລົງວັນທີ 20 ມັງກອນ 2026);
– ໄດ້ໃບຢັ້ງຢືນກ່ຽວກັບແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ (ສະບັບເລກທີ 0223/ກລສ, ລົງວັນທີ 20 ມັງກອນ 2026);
– ໄດ້ຮັບການຢັ້ງຢືນວຽກງານຜົນກະທົບຕໍ່ປ່າໄມ້ (ໂດຍກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 5058/ກປມ, ລົງວັນທີ 31 ຕຸລາ 2025) ເຊິ່ງຈະຕ້ອງດໍາເນີນການຂໍອະນຸມັດການຫັນປ່ຽນທີ່ດິນປ່າໄມ້ແບບຖາວອນ ຈໍານວນ 627.62 ຮຕ ແລະ ປູກປ່າທົດແທນຄືນ 609.61 ຮຕ ຕາມລະບຽບການ.
3. ດ້ານການລະດົມທຶນ ແລະ ຄູ່ຮ່ວມມື:
– ໄດ້ມີການລະດົມທຶນຈາກສາກົນ, ບັນດາສະຖາບັນການເງິນຊັ້ນນໍາຕ່າງໆພາຍໃນອາຊີ, ເອີຣົບ ແລະ ອາເມລິກາ;
– ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືກັບບັນດາບໍລິສັດ, ລັດວິສາຫະກິດຂະໜາດໃຫຍ່ ຈາກ ສ.ເກົາຫຼີ ທີ່ມີຄວາມຊ່ຽວຊານ ແລະ ເປັນມືອາຊີບ ໃນການພັດທະນາພື້ນຖານໂຄງລ່າງ, ການອອກແບບ, ກໍ່ສ້າງ, ການບໍລິການ ແລະ ບູລະນະຮັກສາ ດ້ານທາງລົດໄຟ.
4. ຜົນປະໂຫຍດໄດ້ຮັບຂອງໂຄງການ:
– ປະກອບສ່ວນຕໍ່ເສດຖະກິດ-ສັງຄົມ 21.99 ຕື້ໂດລາ;
– ຜົນປະໂຫຍດທັງໝົດທີ່ລັດຖະບານຈະໄດ້ຮັບ 76.33 ຕື້ໂດລາ;
– ອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ແລະ ສ້າງລາຍຮັບຈາກການຂົນສົ່ງ ໄດ້ຫຼາຍກວ່າ 32.60 ຕື້ໂດລາ;
– ປະຫຍັດເວລາຈາກການຂົນສົ່ງ ເຊິ່ງຕີມູນຄ່າເປັນ 2.79 ຕື້ໂດລາ;
– ສ້າງວຽກເຮັດງານທໍາ ຈາກປີ 2030 ເປັນຕົ້ນໄປ ຈໍານວນ 853 ຄົນ/ວັນ ແລະ ປີ 2050 ຈໍານວນ 10,133 ຄົນ/ວັນ;
– ຂົນສົ່ງສິນຄ້າ ຈາກ 5,079 ໂຕນ/ວັນ ໃນປີ 2030 ເປັນຕົ້ນໄປ ແລະ ເພີ່ມຂຶ້ນເປັນ 47,133 ໂຕນ/ວັນ ໃນປີ 2050.
ຜົນການເຈລະຈາສັນຍາສໍາປະທານ:
– ຊື່ໂຄງການ: ໂຄງການທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ (ຊາຍແດນລາວ-ຫວຽດນາມ) ໄລຍະທາງ 147 ກິໂລແມັດ;
– ຄູ່ສັນຍາ: ລັດຖະບານລາວ ຕາງໜ້າໂດຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກັບ ບໍລິສັດ ທາງລົດໄຟ ລາວ-ຫວຽດນາມ ຈຳກັດ (ບໍລິສັດໂຄງການ);
– ຜູ້ພັດທະນາ: ບໍລິສັດ ປີໂຕຣລຽມ ເທຣດດິງ ລາວ ມະຫາຊົນ (ປີໂຕຣເທຣດ);
– ຮູບແບບການລົງທຶນ: ກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ (BOT);
– ຄາດຄະເນມູນຄ່າການລົງທຶນ 1,339 ລ້ານໂດລາ;
– ອາຍຸສໍາປະທານ: 50 ປີ ນັບແຕ່ວັນໃຫ້ການບໍລິການເປັນຕົ້ນໄປ (COD) ແລະ ສາມາດສະເໜີຄໍາຮ້ອງການຂໍຕໍ່ອາຍຸສໍາປະທານ ກ່ອນວັນສິ້ນສຸດສັນຍາສຳປະທານ 3 ປີ.