ການນຳພັກ-ລັດ ວາງພວງມາລາ ແລະ ກະຕ່າດອກໄມ້ ໂອກາດວັນສ້າງຕັ້ງພັກ ຄົບຮອບ 71 ປີ

ມ.ນ. 23, 2026

(ສພຊ) – ວັນທີ 22 ມີນານີ້, ການນຳຂັ້ນສູງພັກ-ລັດ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ປະທານ ໄກ ສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22/3/1956-22/3/2026).
ການວາງພວງມາລາຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.
ສຳລັບການວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ຂອງປະທານ ໄກສອນ ພົມວິຫານ ກໍເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ ດ້ວຍຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຊື່ສຽງ, ຄຸນງາມຄວາມດີ, ຜົນງານອັນໃຫຍ່ຫຼວງຂອງເພິ່ນ ທີ່ອຸທິດຕະຫຼອດຊີວິດເພື່ອພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ອິດສະລະພາບ ມາໃຫ້ປະຊາຊົນລາວບັນດາເຜົ່າ, ນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກຢ່າງມີໄຊ; ປະທານ ໄກສອນ ພົມວິຫານ ແມ່ນວິລະບູລຸດ, ເປັນລູກຜູ້ປະເສີດ ແລະ ຈົງຮັກພັກດີຂອງປະຊາຊົນລາວບັນດາເຜົ່າ, ເວລາໃດກໍຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ສູງກວ່າສິ່ງໃດໝົດ, ເພິ່ນເປັນຜູ້ນໍາທີ່ປີຊາສາມາດ, ສະຫຼາດສ່ອງໃສ, ມີວິໄສທັດອັນກວ້າງໄກ, ມີຄວາມສາມາດຄ່ອງແຄ້ວໃນການໝູນໃຊ້ຢ່າງປະດິດສ້າງທິດສະດີ ມາກ-ເລນິນ, ທິດສະດີປະຕິວັດ ແລະ ບັນດາບົດຮຽນອັນຍອດຍິ່ງຂອງມວນມະນຸດ ເຂົ້າໃນການນໍາພາ-ຊີ້ນໍາການປະຕິວັດລາວໃນແຕ່ລະໄລຍະ ສາມາດຍາດໄດ້ໄຊຊະນະສະຫງ່າງາມຕະຫຼອດມາ.
(ຂ່າວ: ທະນູທອງ, ພາບ: ຂັນໄຊ)