(ສພຊ) – ວັນທີ 10 ມີນານີ້ ທີ່ສະພາແຫ່ງຊາດ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຈະເລີນລັກ ໃນໂອກາດທີ່ມາປະຕິບັດໜ້າທີ່ເປັນເອກອັກຄະລາ ຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກໄທ ຄົນໃໝ່ ປະຈໍາ ສປປລາວ; ໃນການພົບປະ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ການຖືກແຕ່ງຕັ້ງເປັນເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປລາວ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດຈະປະຕິບັດໜ້າທີ່ເປັນຂົວຕໍ່ທີ່ດີໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະ ລະຫວ່າງສອງອົງການນິຕິບັນຍັດ ເພື່ອເສີມຂະຫຍາຍການພົວພັນການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ເເລະ ການພັດທະນາເເບບຍືນຍົງລະຫວ່າງສອງປະເທດ.

ທ່ານ ນາງ ຄຣອງຂະນິດ ຈະເລີນລັກ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງທີ່ທ່ານຮອງປະທານສະພາແຫ່ງຊາດ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ເຊິ່ງເປັນອົງການທຳອິດຂອງລາວທີ່ໄດ້ຮັບຕ້ອນ ຫຼັງຈາກຍື່ນສານຕາຕັ້ງຕໍ່ປະທານປະເທດ ແຫ່ງ ສປປລາວ ເມື່ອວັນທີ 17 ກຸມພາຜ່ານມາ; ພ້ອມດຽວກັນນີ້, ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ; ຕີລາຄາສູງຕໍ່ການຮ່ວມມືລະຫວ່າງລັດຖະສະພາໄທ ແລະ ສະພາແຫ່ງຊາດລາວ ໃນໄລຍະຜ່ານມາ ໂດຍໄດ້ມີການແລກປ່ຽນຢ້ຽມຢາມເຊິ່ງກັນແລະກັນຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ແລກປ່ຽນຂໍ້ມູນຂ່າວສານໃນຂົງເຂດນິຕິບັນຍັດທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ພິເສດ, ທ່ານເອກອັກຄະລາຊະທູດ ໄດ້ແຈ້ງໃຫ້ຊາບວ່າ ໃນວັນທີ 16-18 ມີນາທີ່ຈະມາເຖິງນີ້ ພະບາດສົມເດັດພະເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າພະລາຊິນີ ແຫ່ງ ລາຊະອານາຈັກໄທ ຈະໄດ້ສະເດັດມາຢ້ຽມຢາມລັດຖະກິດທີ່ ສປປລາວ ຢ່າງເປັນທາງການ ພາຍຫຼັງ 32 ປີ ທີ່ພະບາດສົມເດັດພະເຈົ້າຢູ່ຫົວລາຊະການທີ 9 ມາຢ້ຽມຢາມ ສປປລາວ ໃນປີ 1994.
ທ່ານຮອງປະທານສະພາແຫ່ງຊາດ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວ ແລະ ລາຊະອານາຈັກໄທ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດມາ ຈົນໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນເດືອນມິຖຸນາ 2022; ສອງຝ່າຍມີການແລກປ່ຽນຢ້ຽມຢາມ ແລະ ໄປມາຫາສູ່ກັນຢ່າງປົກກະຕິ, ມີການຮ່ວມມືກັນໃນຫຼາຍຂົງເຂດ ເປັນຕົ້ນແມ່ນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ-ການລົງທຶນ, ດ້ານພື້ນຖານໂຄງລ່າງ ແລະ ການທ່ອງທ່ຽວ, ການບໍລິການ. ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຍັງໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃນໄລຍະຜ່ານມາ ເຊິ່ງໄດ້ມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນຕ່າງໆນໍາກັນ, ຮ່ວມກັນຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ທີ່ໄດ້ລົງນາມຮ່ວມກັນໃນເດືອນທັນວາ 2022 ລະຫວ່າງສອງອົງການນິຕິບັນຍັດ.
ໃນຕອນທ້າຍ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ, ລັດຖະສະພາ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປລາວ ໃນໄລຍະຜ່ານມາ ພິເສດແມ່ນການສະໜັບສະໜູນຈາກລັດຖະສະພາ ແລະ ລັດຖະບານໄທ ໃຫ້ແກ່ສະພາແຫ່ງຊາດລາວ ໃນການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ທີ່ສະພາແຫ່ງຊາດລາວເປັນເຈົ້າພາບໃນປີ 2024.

