(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດສະໄໝວິສາມັນເດືອນກຸມພາ 2026 ໄດ້ດຳເນີນຂຶ້ນໃນວັນທີ 27 ກຸມພານີ້ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານຄະນະປະຈໍາ ແລະ ກຳມະການໃນຄະນະປະຈໍາສະພາແຫ່ງຊາດ, ກະຊວງ-ອົງການທີ່ກ່ຽວຂ້ອງ, ກົມທີ່ກ່ຽວຂ້ອງ ແລະ ໜ່ວຍງານຮັບຜິດຊອບ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ດັ່ງນີ້:
1. ບົດລາຍງານຜົນສຳເລັດວຽກງານພົ້ນເດັ່ນການກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V;
2. ບົດລາຍງານການກະກຽມດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ຕໍ່ກອງປະຊຸມກົມການເມືອງສູນກາງພັກ;
3. ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ສະບັບເລກທີ 307/ສພຊ, ລົງວັນທີ 10 ກັນຍາ 2024 ກ່ຽວກັບຄະດີແພ່ງທວງເອົາທີ່ດິນ ແລະ ເຮືອນ;
4. ພິຈາລະນາສະເໜີການຍ້ອງຍໍໃຫ້ແກ່ຄະນະຮັບຜິດຊອບຂອງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃນການຂຽນປຶ້ມ 50 ປີ ແຫ່ງການພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ: ການຮ່ວມມືຮອບດ້ານ ແລະ ການພັດທະນາ.
5. ພິຈາລະນາວຽກງານສໍາຄັນອື່ນຈໍານວນຫນຶ່ງ.

ບັນດາຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາເຫັນຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນການຕົກລົງບັນຫາຢ່າງມີຄວາມເປັນເອກະພາບ, ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ.
(ນາງ ສຸພາວັນ ຫອມສະນິດ)