ຄະນະກໍາມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ປະກາດລາຍຊື່ຜູ້ໄດ້ຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V

ກ.ພ. 27, 2026

ໃນຕອນເຊົ້າວັນທີ 27 ກຸມພາ 2026, ທ່ານ ນາງ ລໍາພອຍ ສີອັກຄະຈັນ, ຮອງປະທານສະພາປະຊາຊົນ ນະ ຄອນຫຼວງວຽງຈັນ, ຮອງປະທານ (ຜູ້ປະຈໍາການ) ຄະນະກໍາມະການເລືອກຕັ້ງ ນະຄອນຫຼວງວຽງຈັນ, ໄດ້ຕາງໜ້າໃຫ້ຄະນະກໍາມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ປະກາດແຈ້ງການ ລາຍຊື່ຜູ້ໄດ້ຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V.

ອີງຕາມ ມາດຕາ 29 ກ່ຽວກັບສິດ ແລະ ໜ້າທີ່ຂອງຄະນະກໍາມະການເລືອກຕັ້ງລະດັບທ້ອງຖິ່ນ, ມາດຕາ 37 ກ່ຽວກັບການນັບຄະແນນສຽງ, ມາດຕາ 40 ກ່ຽວກັບຜູ້ໄດ້ຮັບການເລືອກຕັ້ງ, ມາດຕາ 44 ກ່ຽວກັບການປະກາດຜົນການເລືອກຕັ້ງ ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024

ຄະນະກໍາມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ປະກາດລາຍຊື່ຜູ້ໄດ້ຮັບເລືອກຕັ້ງ ເປັນສະມາຊິກສະພາປະ ຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ຢູ່ເຂດເລືອກຕັ້ງເມືອງຕ່າງໆ ໃນນະຄອນຫຼວງວຽງຈັນ ມີຈໍານວນທັງໝົດ 45 ທ່ານ, ຍິງ 13 ທ່ານ, ເຊິ່ງໃນແຕ່ລະເຂດເລືອກຕັ້ງເມືອງ ປະກອບມີຜູ້ໄດ້ຮັບເລືອກຕັ້ງ ດັ່ງລາຍລະອຽດຕາມປະກາດແຈ້ງການ ສະບັບເລກທີ 065/ຄລ.ນວ, ລົງວັນທີ 27 ກຸມພາ 2026 ຂອງຄະນະກໍາມະການເລືອກຕັ້ງ ນະຄອນຫຼວງວຽງຈັນ.