(ສພຊ) – ວັນທີ 21 ກຸມພາ 2026 ທ່ານ ພົຈວ. ປອ. ມາລາ ວິລະຈິດ ຮອງປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ), ກຳມະການອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາວຽກງານຮອບດ້ານ ແລະ ບັນຍາກາດການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງສາລະວັນ ເຊິ່ງໄດ້ຈັດກອງປະຊຸມທີ່ສະພາປະຊາຊົນແຂວງ ໂດຍມີທ່ານ ພົຈວ. ສີເສີດ ສອນດາລາ ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າອະນຸກໍາມະການຕ່າງໆ ແລະ ກອງເລຂາຊ່ວຍວຽກ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ-ຂັ້ນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຈັນເພັງ ສາຍທໍາມະວົງ ກຳມະການພັກແຂວງ, ຮອງຫົວໜ້າອະນຸກຳມະການເລຂານຸການ ໄດ້ລາຍງານການກະກຽມບັນດາໜ້າວຽກຕ່າງໆ ເຊິ່ງມາຮອດປັດຈຸບັນ ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ແມ່ນມີຜົນສໍາເລັດ ແລະ ມີຄວາມພ້ອມ 100% ໂດຍສະເພາະສໍາເລັດການໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ແຂວງສາລະວັນ. ສຳລັບວຽກງານ ປກຊ-ປກສ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງແຂງແຮງ ໂດຍສະເພາະໄດ້ນໍາພາ-ຊີ້ນໍາບັນດາກໍາລັງເຫຼົ່າຮົບວິຊາສະເພາະຂອງບັນດາຫ້ອງ, ກອງພັນ, ຄ້າຍ ແລະ ປກສ 8 ຕົວເມືອງ ເຄື່ອນໄຫວຕິດຕາມກວດກາສະພາບລວມຂອງສັງຄົມ ທັງພາຍໃນ ແລະ ນອກແຂວງ; ຈັດວາງກໍາລັງລາດຕະເວນ ແລະ ປະຈໍາການ ເພື່ອແກ້ໄຂເຫດການສຸກເສີນຕ່າງໆທີ່ອາດຈະເກີດຂຶ້ນ ໃຫ້ທ່ວງທັນກັບເວລາ ເພື່ອຮັບປະກັນໃຫ້ການເລືອກຕັ້ງຄັ້ງນີ້ ບັນລຸຕາມ 4 ຄາດໝາຍໃຫຍ່ ຢ່າງຄົບຖ້ວນ ແລະ ມີຄຸນນະພາບ.
ຕອນບ່າຍວັນດຽວກັນ, ທ່ານ ຈັນເພັງ ສາຍທໍາມະວົງ ໄດ້ນຳພາຄະນະລົງເຄື່ອນໄຫວຕິດຕາມກວດກາວຽກງານຮອບດ້ານ ແລະ ບັນຍາກາດການກະກຽມເລືອກຕັ້ງຢູ່ເມືອງລະຄອນເພັງ, ໃຫ້ການຕ້ອນຮັບໂດຍທ່ານ ເວີນມະນີ ມຸ່ງສີວົງສາ ກຳມະການພັກແຂວງ, ປະທານຄະນະກຳມະການເລືອກຕັ້ງເມືອງ ພ້ອມທັງລາຍງານການກະກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງ; ຈາກນັ້ນ, ໄດ້ລົງຕິດຕາມສະຖານທີ່ໜ່ວຍປ່ອນບັດບ້ານລະຄອນເພັງໃຫຍ່, ບ້ານພູຖ້ຳພວງ ແລະ ບ້ານໜອງສະໂນ ເຊິ່ງໃນແຕ່ລະຈຸດ ກໍໄດ້ລາຍງານກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງຄັ້ງນີ້ ໄດ້ດຳເນີນໄປຢ່າງປອດໄພ, ໂປ່ງໃສ, ຖືກຕ້ອງຕາມກົດໝາຍ ແລະ ບັນລຸຜົນຕາມເປົ້າໝາຍທີ່ກຳນົດໄວ້. ໂອກາດນີ້, ທ່ານ ພົຈວ. ປອ. ມາລາ ວິລະຈິດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານ ປກຊ-ປກສ ຢູ່ດ່ານສາກົນປາກຕະພານ.
ແຂວງສາລະວັນ ມີ 8 ເມືອງ, ມີພົນລະເມືອງ 454,139 ຄົນ ຍິງ 226,963 ຄົນ, ມີ 362 ໜ່ວຍປ່ອນບັດ (ໃນນັ້ນ, ໜ່ວຍປ່ອນບັດຂອງກໍາລັງ ປກຊ-ປກສ ລວມກັນ 10 ໜ່ວຍ), ມີ 722 ຫີບປ່ອນບັດ, ຜູ້ມີສິດປ່ອນບັດເລືອກຕັ້ງ 276,658 ຄົນ; ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈຳເຂດເລືອກຕັ້ງທີ 14 ມີ 14 ທ່ານ ຍິງ 3 ທ່ານ, ເລືອກເອົາ 10 ທ່ານ, ຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 56 ທ່ານ, ເລືອກເອົາ 40 ທ່ານ.
(ນາງ ກົງໃຈ ແສງອຳພັນ)

