(ສພຂ) – ເພື່ອຮັບປະກັນໃຫ້ແກ່ການກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ມີຜົນສຳເລັດຕາມລະດັບຂາດໝາຍ; ວັນທີ 19 ກຸມພານີ້, ທ່ານ ສຈ. ປອ. ວຽງວິໄລ ທ່ຽງຈັນໄຊ ຮອງປະທານກຳມາທິການຍຸຕິທຳ, ກຳມະການອະນຸກຳມະການເລຂານຸການ (ອລຂ) ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມບັນຍາກາດກ່ອນການເລືອກຕັ້ງຢູ່ເມືອງຊຳເໜືອ ແລະ ເມືອງແອດ ແຂວງຫົວພັນ ໂດຍມີບັນດາທ່ານຫົວໜ້າ-ຮອງຫົວໜ້າອະນຸກຳມະການເລຂານຸການຂັ້ນແຂວງ, ຂັ້ນເມືອງ ຕະຫຼອດຮອດຜູ້ຊ່ວຍວຽກບັ້ນເລືອກຕັ້ງຄັ້ງນີ້ ເຂົ້າຮ່ວມ ເຊິ່ງຜູ້ຕາງໜ້າ ອລຂ ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລາຍງານສະພາບບັນຍາກາດການກະກຽມຄວາມພ້ອມຮອບດ້ານໃນບັ້ນເລືອກຕັ້ງ ໂດຍໄດ້ຈັດຕັ້ງປະຕິບັດຕາມແຜນດຳເນີນງານໃນ 4 ບາດກ້າວ ເປັນຕົ້ນ: ວຽກງານຊຸກຍູ້ປຸກລະດົມຂະບວນການຕ່າງໆ, ຈັດຕັ້ງການໂຄສະນາຫາສຽງ, ການເກັບກຳສະຖິຕິຈຳນວນຜູ້ມີສິດເລືອກຕັ້ງ, ການກະກຽມອຸປະກອນຮັບໃຊ້ການເລືອກຕັ້ງ, ການແຈກຢາຍຮູບ-ຊີວະປະຫວັດຂອງຜູ້ສະໝັກຮັບເລືອກຕັ້ງ, ບັດລົງຄະແນນສຽງ, ຈັດຕັ້ງການເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານສຳຄັນທີ່ກ່ຽວພັນກັບການເລືອກຕັ້ງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຈາກນັ້ນ, ໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນແລະກັນ ໂດຍສະເພາະແມ່ນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນດາຄຳສະເໜີຕ່າງໆ ທັງໄດ້ລົງຕິດຕາມສະຖານທີ່ຈຸດປ່ອນບັດຕົວຈິງຈຳນວນໜຶ່ງ.
ທ່ານ ສຈ. ປອ. ວຽງວິໄລ ທ່ຽງຈັນໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການກະກຽມຄວາມພ້ອມຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ທີ່ມີຜົນສຳເລັດຫຼາຍດ້ານ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ປຸກລະດົມຂະບວນການຕ່າງໆ ຕາມທີ່ໄດ້ປະກອບໃນໜ້າວຽກຂອງແຕ່ລະອະນຸກຳມະການ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອດຳເນີນການປ່ອນບັດເລືອກຕັ້ງຄັ້ງນີ້ ໃຫ້ຖືກຕ້ອງຕາມຂັ້ນຕອນ, ມີຂະບວນການຟົດຟື້ນ ແລະ ຮັບປະກັນເຮັດໃຫ້ການປ່ອນບັດເລືອກຕັ້ງ ມີປະສິດທິພາບ ແລະ ປະສິດທິຜົນ, ປະສົບຜົນສໍາເລັດຕາມແຜນການທີ່ວາງໄວ້.
ຊຸກຍູ້ການກະກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງຢູ່ແຂວງຫົວພັນ
