ກ.ພ. 21, 2026

ໃນຕອນເຊົ້າຂອງມື້ນີ້ (21 ກຸມພາ 2026) ຢູ່ທີ່ສະພາປະຊາຊົນແຂວງຫລວງນໍ້າທາ ໄດ້ຈັດພິທີມອບ-ຮັບລົດຈັກ ຍີ່ຫຍໍ້ຮອນດາເວບ 110 ໃຫ້ເຂດເລືອກຕັ້ງບັນດາເມືອງ, ເມືອງລະ 01 ຄັນ, ລວມເປັນມູນຄ່າທັງໝົດ 181,850,000 ກີບ (ໜຶ່ງຮ້ອຍແປດສິບເອັດລ້ານແປດແສນຫ້າສິບພັນກີບ) ໃຫ້ກຽດມອບໂດຍທ່ານ ກົງເພັດ ແກ້ວບົວພາ  ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຫົວໜ້າອະນຸກຳມະການເລຂານຸການ ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລະ ມີຜູ້ຕາງໜ້າຄະນະປະຈໍາການ ຄະນະກໍາມະການເລືອກຕັ້ງບັນດາເມືອງຂຶ້ນຮັບ. ຈຸດປະສົງໃນການມອບລົດຈັກໃນຄັ້ງນີ້, ກໍເພື່ອເປັນການຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ເຂດເລືອດຕັ້ງບັນດາເມືອງ ໃຫ້ໄດ້ຮັບຜົນສໍາເລັດທັນເວລາ ຕາມແຜນການທີ່ກໍານົດໄວ້.