(ສພຊ) – ເພື່ອກະກຽມຄວາມພ້ອມໃຫ້ແກ່ວັນເລືອກຕັ້ງລະດັບຊາດທີ່ຈະມາເຖິງ, ລະຫວ່າງວັນທີ 6-19 ກຸມພາ 2026 ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຄະນະທີ 1 ນຳໂດຍທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ສຳເລັດການລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ບັນດາເມືອງ ແລະ ຈຸດພົບປະຕ່າງໆພາຍໃນແຂວງ ເປັນຕົ້ນ: ສໍານັກງານປົກຄອງເມືອງຊະນະສົມບູນ, ບ້ານກົກເດື່ອ ນະຄອນປາກເຊ, ບ້ານໜອງຜໍາ ແລະ ບ້ານດອນຕະລາດ ເມືອງຈໍາປາສັກ, ບ້ານນາພັນວົງ ແລະ ບ້ານທາດສາມປາງ ເມືອງສຸຂຸມາ, ບ້ານດູ່ ແລະ ບ້ານອຸປະຫຼາດ ເມືອງໂພນທອງ, ຈຸດບ້ານມ່ວງ ເມືອງປະທຸມພອນ, ຈຸດບ້ານໜອງບົວໃຫຍ່ (ລວມ 8 ບ້ານອ້ອມຂ້າງ) ເມືອງປະທຸມພອນ, ບ້ານຂະເໝົາໂພນຈຳປາ ແລະ ຫ້ອງວ່າການປົກຄອງເມືອງໂຂງ, ຈຸດບ້ານສະພັງເໜືອ ແລະ ບ້ານນາດີ ເມືອງມຸນລະປາໂມກ; ໃນແຕ່ລະຈຸດ, ຜູ້ສະໝັກໄດ້ຜັດປ່ຽນກັນສະເໜີປະຫວັດຫຍໍ້, ຜົນງານ ແລະ ວິໄສທັດຂອງຕົນ ໂດຍເນັ້ນໜັກຈະປະຕິບັດພາລະບົດບາດເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ເພື່ອພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນເລື້ອຍໆ.
ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມໝາຍສຳຄັນຂອງການເລືອກຕັ້ງ ເຊິ່ງເປັນການຜັນຂະຫຍາຍລະບອບປະຊາທິປະໄຕປະຊາຊົນ ເພື່ອສ້າງຕັ້ງລະບົບອຳນາດລັດທີ່ເຂັ້ມແຂງ, ໂປ່ງໃສ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ; ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ໄປໃຊ້ສິດປ່ອນບັດໃນວັນອາທິດທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ ທັງຮັບປະກັນໃຫ້ການເລືອກຕັ້ງດຳເນີນໄປຢ່າງມີປະສິດທິຜົນສູງສຸດຕາມຄາດໝາຍ 400% ຄື: 1) ນຳພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2) ນຳພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, 3) ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ 4) ນຳພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສຳເລັດທັນຕາມກຳນົດເວລາ 100%.
(ອານຸສອນ ພູມມີທອນ)

