ໃນຕອນເຊົ້າຂອງວັນທີ 17 ກຸມພາ 2026 ຢູ່ສະພາປະຊາຊົນແຂວງຫຼວງພະບາງ ໄດ້ເປີດກອງປະຊຸມ ເຊິ່ງເປັນປະທານໂດຍ ທ່ານ ນາງ ທັດສະດາພອນ ຈັນທະມາດ ຮອງປະທານກຳມາທິການບັນດາເຜົ່າ, ອະນຸກຳມະການ ເລຂານຸການ ຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະຈາກສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການກະກຽມຄວາມພ້ອມກ່ອນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງຫຼວງພະບາງ ເພື່ອເກັບກຳບັນດາຄຳຄິດເຫັນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ

ໃນກອງປະຊຸມດັ່ງກ່າວ ທ່ານ ພອນເລີດ ໄຊຍະນາ ຄະນະປະຈຳ, ປະທານ ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ຕາງ ໜ້າໃຫ້ ອະນຸກຳມະການ ເລຂານຸການ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ລາຍງານໃຫ້ຮູ້ວ່າ ພາຍຫຼັງທີ່ໄດ້ຮັບເອກະສານຕ່າງໆ ຈາກສູນກາງ ກ່ຽວກັບການກະກຽມວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຄະນະປະຈຳສະພາປະຊາຊົນແຂວງ ກໍ່ໄດ້ຜັນຂະຫຍາຍ ແຜນການ, ມະຕິ, ແຈ້ງການ, ຂໍ້ຕົກລົງ ແລະ ເອກະກສານຕ່າງໆ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ມາເປັນຂອງທ້ອງຖິ່ນ ເພື່ອໃຫ້ສອດຄ່ອງໃນການຈັດຕັ້ງປະຕິບັດ ເຊິ່ງໄດ້ກະກຽມແຜນການ, ແຕ່ງຕັ້ງຄະນະຮັບຜິດຊອບກະກຽມການເລືອກຕັ້ງຂັ້ນແຂວງ, ເມືອງ-ນະຄອນ, ພ້ອມທັງແນະນຳໃຫ້ພາກສ່ວນກ່ຽວຂ້ອງຂຶ້ນແຜນງົບປະມານ, ກະກຽມເນື້ອໃນຕ່າງໆ ສັງລວມຂໍ້ມູນ ແລະ ເປົ້າໝາຍບຸກຄະລາກອນ ທີ່ຈະລົງຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະກອບມີ 84 ທ່ານ, ຍິງ 20 ທ່ານ, ໃນນັ້ນ ເລືອກເອົາ 60 ທ່ານ; ສຳເລັດການສັງລວມຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 261,004 ຄົນ, ຍິງ 129,461 ຄົນ, ພ້ອມທັງໄດ້ລົງໂຄສະນາຫາສຽງໃຫ້ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຢູ່ເມືອງລະ 2 ຈຸດ ໃນ 11 ເມືອງ 1 ນະຄອນ ສຳລັບຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ແມ່ນກຳນົດ 5 ຈຸດ ຕາມເງື່ອນໄຂຕົວຈິງຂອງເມືອງ ແລະ ໄດ້ປ່ອນບັດເລືອກຕັ້ງ ລ່ວງໜ້າໃນວັນທີ 14-15 ກຸມພາ 2026 ຢູ່ 2 ກອງກຳລັງປະກອບອາວຸດ ຄື: ກອງກຳລັງປ້ອງກັນຊາດ ແລະ ກອງກຳລັງປ້ອງກັນຄວາມສະຫງົບ ໄດ້ສຳເລັດ.


ຈາກນັ້ນ ກອງປະຊຸມກໍ່ໄດ້ແລກປ່ຽນຄຳຄິດຄຳເຫັນ ເປັນຕົ້ນແມ່ນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ກ່ຽວກັບແບບແຜນວິທີການສັງລວມບັດລົງຄະແນນສຽງ ເພື່ອໃຫ້ຖືກຕ້ອງຊັດເຈນ ແລະ ສາມາກວດສອບໄດ້ ພ້ອມດຽວກັນນັ້ນ ປະທານ ກອງປະຊຸມຍັງໄດ້ເນັ້ນໜັກໃຫ້ ອະນຸກຳມະການ ເລຂານຸການ ຕ້ອງເອົາໃຈໃສ່ກ່ຽວກັບການສັງລວມບັດລົງຄະນະແນນສຽງ ໃຫ້ຖືກຕ້ອງ ພ້ອມທັງລາຍງານໃຫ້ຄະນະກຳມະການ ເລືອກຕ້ັງລະດັບຊາດ ຮັບຊາບໃຫ້ທັນເວລາ ເພື່ອຈະປະກາດ ຜູ້ທີ່ໄດ້ຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕ້ັງຕ່າງໆ ໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງ ແລະ ທັນເວລາ

ພາບແລະຂ່າວ: ວິລິຍະ ວັນນະສີ

