ຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX

ກ.ພ. 19, 2026

​ ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ:
ປີ 2025 ສະພາແຫ່ງຊາດ ໄດ້ເຄື່ອນໄຫວຕິດຕາມກວດກາຫົວຂໍ້ຕ່າງໆ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ທັງໝົດ 31 ຄັ້ງ ເຊິ່ງມີບັນດາຫົວຂໍ້ທີ່ພົວພັນກັບບັນຫາເຄັ່ງຮ້ອນ ແລະ ສົ່ງຜົນກະທົບຕໍ່ສັງຄົມ ເປັນຕົ້ນ ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ, ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ທາດ ແລະ ການຊຸກຍູ້ສົ່ງເສີມການຜະລິດຊົມໃຊ້ພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າ, ບັນດາໂຄງການຈຸດສຸມຂອງວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ; ນອກນັ້ນ, ຍັງໄດ້ຕິດຕາມກວດກາຢູ່ກອງປະຊຸມສະພາແຫ່ງຊາດ ດ້ວຍການຊັກຖາມ ເພື່ອໃຫ້ກະຊວງ-ອົງການ ຊີ້ແຈງ ແລະ ກໍານົດວິທີການແກ້ໄຂ ມີຈໍານວນ 36 ຄໍາຊັກຖາມ.
ສະພາແຫ່ງຊາດ ໄດ້ຮັບຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງ ທັງໝົດຈໍານວນ 236 ເລື່ອງ ເຊິ່ງສາມາດພິຈາລະນາແກ້ໄຂ ໄດ້ຈໍານວນ 121 ເລື່ອງ; ດໍາເນີນກອງປະຊຸມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືຄໍາຮ້ອງຂໍຄວາມເປັນທໍາທີ່ມີຄວາມຫຍຸ້ງຍາກ ໄດ້ຈໍານວນ 7 ຄັ້ງ, ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ ຈຳນວນ 424 ເທື່ອຄັ້ງ. ນອກນັ້ນ, ຍັງໄດ້ຮັບຄໍາສະເໜີຜ່ານໂທລະສັບສາຍດ່ວນກອງປະຊຸມສະພາແຫ່ງຊາດ ພ້ອມທັງສັງລວມບັນດາເນື້ອໃນສຳຄັນສົ່ງໃຫ້ກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂຕາມພາລະບົດບາດ ແລະ ແຈ້ງຕອບໃຫ້ທັນເວລາ.