ຊ່ຽວຊານໂຄງການໄຈກາ ພົບປະຢ້ຽມຢາມ ສພຊ

ກ.ພ. 19, 2026

​(ສພຊ) – ຕອນບ່າຍວັນທີ 16 ກຸມພາ 2026 ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ (ສພຊ) ໄດ້ຕ້ອນຮັບ ແລະ ນຳພາທ່ານ ຮາຢາໂຕະ ຢາໂອໂອຍຕະ ຫົວໜ້າຊ່ຽວຊານໂຄງການກົດໝາຍໄຈກາ ແລະ ສຈ. ຮິໂຣຊິ ມາຊຶໂອະ ພ້ອມດ້ວຍຄະນະນັກສຶກສາມະຫາວິທະຍາໄລ ເຄໂອ ປະເທດຍີ່ປຸ່ນ ຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ.
​ ການມາຢ້ຽມຊົມຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດ ຊຸດປັດຈຸບັນ (ຊຸດທີ IX) ແລະ ໄດ້ມອບປຶ້ມທີ່ລະນຶກຈາກ ສພຊ; ຈາກນັ້ນ, ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ອີກດ້ວຍ.
​ ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ນຳໂດຍທ່ານ ຮາຢາໂຕະ ຢາໂອໂອຍຕະ ໄດ້ພົບປະແລກປ່ຽນບົດຮຽນກັບທ່ານ ນາງ ນິດແກ້ວ ຄໍາມີ ຮອງຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ, ກໍາມາທິການການຕ່າງປະເທດ ແລະ ຄະນະ.
​ ທ່ານ ນາງ ນິດແກ້ວ ຄຳມີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ພົບປະກັນໃນຄັ້ງນີ້ ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ ເຊິ່ງໃນປີ 2025 ຜ່ານມາ ແມ່ນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ (1955-2025) ແລະ ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ໂດຍມີການຈັດກິດຈະກຳສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ໃນທັງສອງປະເທດ.
ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ແຈ້ງສະພາບພົ້ນເດັ່ນ, ການເຄື່ອນໄຫວວຽກງານ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການຕົນພ້ອມທັງແລກປ່ຽນບົດຮຽນ ແລະ ຄຳຄິດຄຳເຫັນຮ່ວມກັນຢ່າງກົງໄປກົງມາ.