ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ສືບຕໍ່ໂຄສະນາຫາສຽງຢູ່ເມືອງທຸລະຄົມ ແລະ ເມືອງແກ້ວອຸດົມ

ກ.ພ. 18, 2026

​(ສພຊ) – ເພື່ອຮັບປະກັນໃຫ້ແກ່ການໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ໄດ້ຮັບຜົນດີ, ມີຄວາມເປັນເອກະພາບ ທັງຮັບປະກັນການນຳພາຂອງພັກ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງແຂວງ; ເພື່ອສຶກສາອົບຮົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ ແລະ ເຂົ້າໃຈແຈ້ງຕື່ມກ່ຽວກັບຄວາມໝາຍຄວາມສໍາຄັນຂອງການເລືອກຕັ້ງ ແນໃສ່ເຊີດຊູລະດັບຄວາມຕື່ນຕົວທາງດ້ານການເມືອງຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າຂອງປະເທດຊາດຂອງພົນລະເມືອງ ໃນການໄປໃຊ້ສິດປ່ອນບັດເລືອກຕັ້ງເອົາເອົາຜູ້ແທນ ຖືກຕ້ອງຕາມລະບຽບຫຼັກການ; ເຮັດໃຫ້ຜູ້ມີສິດເລືອກຕັ້ງ ໄດ້ຮູ້ໄດ້ເຫັນຜູ້ສະໝັກຮັບເລືອກຕັ້ງ ແລະ ກຳໄດ້ຊີວະປະຫວັດ, ຄຸນສົມບັດ, ຄວາມຮູ້ຄວາມສາມາດ, ທັດສະນະ ແລະ ການເຄື່ອນໄຫວວຽກງານຂອງຜູ້ສະໝັກຮັບເລືອກຕັ້ງ ແລ້ວໃຊ້ສິດພື້ນຖານຂອງຕົນ ເພື່ອເລືອກເອົາບຸກຄົນທີ່ມີມາດຕະຖານເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນ ເຂົ້າເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນຢ່າງແທ້ຈິງ; ເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງ ໄດ້ຮັບຮູ້ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະພາບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ ແລະ ໄດ້ພົວພັນສະໜິດແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນທີ່ຕົນລົງສະໝັກຮັບເລືອກຕັ້ງ.
ລະຫວ່າງວັນທີ 16-17 ກຸມພານີ້, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ສືບຕໍ່ນຳພາຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ຊຸດທີ X ຈໍານວນ 5 ທ່ານ ຍິງ 2 ທ່ານ (ຈາກທັງໝົດ 14 ທ່ານ) ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງແຂວງວຽງຈັນປະຈຳເຂດເລືອກຕັ້ງເມືອງທຸລະຄົມ ແລະ ເມືອງແກ້ວອຸດົມ ຊຸດທີ V ໄດ້ສືບຕໍ່ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ບ້ານແຈ້ງ ເມືອງທຸລະຄົມ ແລະ ເມືອງແກ້ວອຸດົມ 2 ຈຸດ: ບ້ານທ່າລາດ ແລະ ສະໂມສອນໃຫຍ່ຂອງເມືອງ.
ໃນການໂຄສະນາຫາສຽງ, ຜູ້ຮັບສະໝັກຮັບເລືອກຕັ້ງ ໄດ້ຜັດປ່ຽນກັນສະເໜີຊື່ ແລະ ປະຫວັດການເຄື່ອນໄຫວຂອງຕົນໃນແຕ່ລະໄລຍະ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ສສຊ ແລະ ສສຂ ເພື່ອເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ທັງເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນຄິດ ສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນໄປປະຕິບັດສິດ, ອຳນາດຂອງປະຊາຊົນບັນດາເຜົ່າ ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ; ພ້ອມນັ້ນ, ຍັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງໄດ້ຮ່ວມຈິດຮ່ວມໃຈເຂົ້າຮ່ວມຂະບວນການເລືອກຕັ້ງຄັ້ງນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ, ເລືອກໄດ້ຜູ້ສະໝັກທີ່ມີມາດຕະຖານເງື່ອນໄຂຄົບຖ້ວນ, ມີຄວາມຮູ້ຄວາມສາມາດ, ມີວິໄສທັດທີ່ກວ້າງໄກ ເພື່ອມາເປັນຕົວແທນປະຊາຊົນ ເຂົ້າໄປຢູ່ໃນສະພາ. ພ້ອມດຽວກັນນັ້ນ, ຕາງໜ້າຄະນະ ຍັງໄດ້ຜ່ານຊື່, ປະຫວັດ ແລະ ຂໍ້ມູນສຳຄັນຕ່າງໆ ຂອງຜູ້ສະໝັກທ່ານອື່ນ ທີ່ໄດ້ແບ່ງກຸ່ມລົງເຄື່ອນໄຫວໃນແຕ່ລະຈຸດ ເພື່ອຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ຮັບຮູ້ຂໍ້ມູນຂອງຜູ້ສະໝັກຢ່າງຄົບຖ້ວນ ແລະ ໂປ່ງໃສ ກ່ອນການຕັດສິນໃຈປ່ອນບັດເລືອກຕັ້ງ.
ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈໍານວນ 14 ທ່ານ ຍິງ 5 ທ່ານ, ເລືອກເອົາ 10 ທ່ານ; ມີຕົວແທນຈາກເຜົ່າລາວ 11 ທ່ານ, ເຜົ່າກຶມມຸ 1 ທ່ານ, ເຜົ່າມົ້ງ 2 ທ່ານ; ມາຈາກສູນກາງ 5 ທ່ານ ຍິງ 2 ທ່ານ, ມາຈາກແຂວງ 9 ທ່ານ ຍິງ 3 ທ່ານ ທີ່ເປັນຕົວແທນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ; ອາຍຸກະສຽນລະຫວ່າງ 46-55 ປີ ກວມເອົາ 50%, 56-60 ປີ ກວມເອົາ 42.8%, 60 ປີຂຶ້ນໄປ ກວມເອົາ 7.1%; ມີຜູ້ສະໝັກໃໝ່ 11 ທ່ານ ຍິງ 4 ທ່ານ ແລະ ຜູ້ເກົ່າສືບຕໍ່ສະໝັກ 3 ທ່ານ ຍິງ 1 ທ່ານ.
ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງທຸລະຄົມ ມີຈຳນວນ 7 ທ່ານ ຍິງ 1 ທ່ານ, ໃນນັ້ນ, ເລືອກເອົາ 5 ທ່ານ; ຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ປະຈຳເຂດເລືອກຕັ້ງເມືອງແກ້ວອຸດົມ ມີຈຳນວນ 7 ທ່ານ ຍິງ 1 ທ່ານ, ໃນນັ້ນ, ເລືອກເອົາ 5 ທ່ານ. ເມືອງທຸລະຄົມ ມີ 65 ໜ່ວຍປ່ອນບັດເລືອກຕັ້ງ, ຜູ້ມີສິດປ່ອນບັດເລືອກຕັ້ງ 35,153 ຄົນ ຍິງ 16,623 ຄົນ; ເມືອງແກ້ວອຸດົມ ມີ 33 ໜ່ວຍປ່ອນບັດເລືອກຕັ້ງ, ໜ່ວຍເຄື່ອນທີ 1 ໜ່ວຍ ແລະ ຖົງເຄື່ອນທີ່ 5 ຖົງ, ຜູ້ມີສິດປ່ອນບັດເລືອກຕັ້ງ 12,891 ຄົນ ຍິງ 6,130 ຄົນ.
​(ນາງ ສຸພາວັນ ຫອມສະນິດ)