
ພິທີໂຄສະນາຫາສຽງແກ່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນວັນທີ 6 ກຸມພາ 2026 ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫລວງວຽງຈັນ ປະທານຄະນະກຳມະການເລືອກຕັ້ງຂັ້ນ ນວ ພ້ອມດ້ວຍບັນດາຜູ້ສະໝັກ ເລືອກຕັ້ງເປັນ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງຈາກກະຊວງ, ອົງການ, ພະແນກການອ້ອມຂ້າງ ນວ ເຂົ້າຮ່ວມ.

ການລົງພົບປະແນະນຳໂຕ ຂອງ ສສຊ ເຂດເລືອກຕັ້ງທີ 1 ນວ ຄັ້ງນີ້ ມີທັງໝົດ 25 ທ່ານ ຍິງ 7 ທ່ານ, ຊຶ່ງການການຈັດຕັ້ງການໂຄສະນາຫາສຽງໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນໃນວຽກງານເລືອກຕັ້ງ ເປັນການຈັດຕັ້ງປະຕິບັດມາດຕາ 18 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງສະບັບປັບປຸງປີ 2024 ແນໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງຄັ້ງນີ້ມີປະສິດທິພາບ ແລະ ເຂັ້ມງວດຕາມກົດໝາຍ ການຈັດຕັ້ງການລົງໂຄສະນາຫາສຽງໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແມ່ນຂັ້ນຕອນໜຶ່ງທີ່ມີບົດບາດຕັດສິນຕໍ່ການເລືອກຕັ້ງ ເປັນການສະໜອງຂໍ້ມູນຂ່າວສານຕົວຈິງ ການແນະນຳໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໃດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອິງໃນການຄົ້ນຄວ້າ ຄິດຫງ່ຳສົມທຽບໃສ່ມາດຕະຖານເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ເພື່ອເປັນຕົວແທນຂອງຕົນປະຕິບັດສິດອຳນາດຂອງປະຊາຊົນຢູ່ສະພາແຫ່ງຊາດ ພ້ອມເປັນການສ້າງໂອກາດອຳນວຍໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ສະໝັກຮັບເລືອກຕັ້ງໃດ້ພົບປະ ແລກປ່ຽນຄຳເຫັນເຊິ່ງກັນ ແລະ ກັນເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າເປັນຜູ້ທີ່ເໝາະສົມເປັນຕົວແທນຂອງຕົນຢູ່ສະພາແຫ່ງຊາດ.







ແລະ ນອກຈາກນີ້, ບັນດາຜູ້ສະໝັກເລືອກຕັ້ງໃຫ້ຜູ້ສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງນະຄອນຫລວງວຽງຈັນ ຈະສືບຕໍ່ລົງຫາສຽງ ໂດຍແບ່ງເປັນ 5 ຈຸ ເພື່ອລົງໂຄສະນາຫາສຽງ ຢູ່ບັນດາ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ຈົນຮອດ ວັນທີ 20 ກຸມພາ 2026

