ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ລົງສະເໜີຕົວ ຢູ່ເມືອງວຽງພູຄາ

ກ.ພ. 17, 2026

 ເພື່ອເຮັດໃຫ້ການເລືອກຕັ້ງໄດ້ດຳເນີນໄປຕາມແຕ່ລະບາດກ້າວ ໃນວັນທີ 16 ກຸມພາ 2026 ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X(ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V(ສສຂ) ລົງສະເໜີຕົວພົບປະພະນັກງານຫລັກແຫລ່ງຂອງເມືອງ ແລະ ປະຊາຊົນ ຢູ່ສະໂມສອນເມືອງວຽງພູຄາ, ຕາແສງນ້ຳຟ້າ ແລະ ຕາແສງວຽງສະຫວ່າງ ແຂວງຫລວງນ້ຳທາ ໂດຍໃຫ້ກຽດເຂົ້າຮ່ວມມີ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ການນໍາຂອງແຂວງ, ການນໍາຂອງເມືອງ ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ປະຈຳເມືອງວຽງພູຄາ, ພະນັກງານຫລັກແຫລ່ງ, ສອງກໍາລັງ ປກຊ-ປກສ ເມືອງ, ພ້ອມດ້ວຍພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຫົວໜ້າອະນຸກຳມະການບຸກຄະລາກອນເລືອກຕັ້ງຂັ້ນແຂວງ ໄດ້ລາຍງານຄຸນລັກສະນະ ຂອງຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງວຽງພູຄາເຊິ່ງທ່ານໃຫ້ຮູ້ວ່າຈຳນວນຜູ້ລົງຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ມີຈຳນວນ 10 ທ່ານ, ຍິງ 3 ທ່ານ, ເລືອກເອົາ 7 ທ່ານ, ຜູ້ຮັບສະໝັກມາຈາກສູນກາງ 2 ທ່ານ, ຍິງ 1 ທ່ານ, ຜູ້ຮັບສະໝັກຈາກທ້ອງຖິ່ນ 8 ທ່ານ, ຍິງ 2 ທ່ານ ແລະ ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງລອງ ມີຈໍານວນ 7 ທ່ານ, ຍິງ 1 ທ່ານ, ເລືອກເອົາ 5 ທ່ານ, ຜູ້ຮັບສະໝັກຈາກເມືອງວຽງພູຄາ 5 ທ່ານ, ຍິງ 2 ທ່ານ, ຈາກແຂວງ 2 ທ່ານ, ຍິງ 1 ທ່ານ, ຊຶ່ງເປັນຕົວແທນໃຫ້ແກ່ພົນລະເມືອງ ຊາວ​ແຂວງ​ຫຼວງ​ນໍ້າ​ທາ ທັງໝົດ ຈໍານວນ 215.902 ຄົນ, ຍິງ 105.069 ຄົນ, ທຽບໃສ່ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ຜ່ານມາແມ່ນເພີ່ມຂື້ນ 15%, ພ້ອມດຽວກັນ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ຕະຫຼອດຮອດຜູ້ມີສິດປ່ອນບັດເລືອກຕັ້ງຈົ່ງເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ ປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການປ່ອນບັດເລືອກຕັ້ງຄັ້ງນີ້ ໃຫ້ບັນລຸ 400%; ໃນນັ້ນຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຕື່ນຕົວໄປໃຊ້ສິດດ້ວຍຕົນເອງ 100%; ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບປະກັນການປ່ອນບັດ, ການສັງລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານ ວ່ອງໄວ ທັນເວລາ 100%. ພ້ອມນັ້ນ ຜູ້ລົງຮັບສະມັກເລືອກຕັ້ງເປັນ ສສຊ ແລະ ສສຂ ເມືອງວຽງພູຄາ ໄດ້ຂື້ນສະເໜີຕົວຕາມປະຫວັດການເຄື່ອນໄຫວຂອງຕົນ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ທີ່ຈະເລືອກເອົາເປັນຕົວແທນຂອງປະຊາຊົນບັນດາເຜົ່າ.   ຂ່າວ ວັນນີ ແຝງບົວວັນ