(ສພຊ) – ໂອກາດລົງເຄື່ອນໄຫວໂຄສະນາຫາສຽງໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນເເຂວງ (ສສຂ) ຊຸດທີ V, ວັນທີ 14 ກຸມພາ 2026 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ນ້ຳເບີ 1 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການໂຄສະນາຫາສຽງວ່າ: ການເລືອກຕັ້ງຄັ້ງນີ້ ມີຄວາມສຳຄັນຫຼາຍ ເນື່ອງຈາກວ່າເປັນການເລືອກຕັ້ງໃນບັນຍາກາດທີ່ປະເທດເຮົາຫາກໍສຳເລັດການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນທ້າຍປີ 2025 ຜ່ານມາຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ; ໃນຕົ້ນເດືອນມັງກອນປີນີ້ ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍໄດ້ສຳເລັດຜົນຢ່າງຈົບງາມ. ສຳລັບການເລືອກຕັ້ງ ສສຊ ແລະ ສສຂ ໃນຄັ້ງນີ້ ເປັນເຫດການສຳຄັນ ແລະ ກໍເປັນວັນບຸນໃຫຍ່ຂອງຊາດໃນທົ່ວປະເທດ ເຊິ່ງມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈຳນວນ 243 ທ່ານ ເພື່ອເລືອກເອົາ 175 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ມີຈຳນວນ 1,041 ທ່ານ ເລືອກເອົາ 745 ທ່ານ. ສະເພາະເຂດເລືອກຕັ້ງທີ 13 ມີຜູ້ລົງສະໝັກຮັບເລືອກຕັ້ງເປັນຈຳນວນຫຼາຍເຖິງ 28 ທ່ານ; ສະນັ້ນ, ໄດ້ມີການແບ່ງກັນເປັນສອງຄະນະໃນການລົງໂຄສະນາຫາສຽງ ເຊິ່ງມາຮອດວັນທີ 14 ກຸມພານີ້ ຄະນະທີ 1 ກໍໄດ້ລົງຫາສຽງ ແລະ ສະເໜີຕົວແລ້ວ 9 ເມືອງ ແລະ ຍັງອີກ 5-6 ວັນ ກໍຈະສຳເລັດ ແລະ ຈະສິ້ນສຸດໃນວັນທີ 20 ກຸມພາ ຢູ່ທີ່ນະຄອນໄກສອນ ພົມວິຫານ.
ການເລືອກຕັ້ງຄັ້ງນີ້ ທຽບໃສ່ຄັ້ງຜ່ານມາ ແມ່ນມີຄວາມແຕກຕ່າງກັນ ເນື່ອງຈາກວ່າໄດ້ມີຄາດໝາຍວາງໄວ້ ເປັນຕົ້ນ ຊຸດທີ່ຜ່ານມາ ວາງຄາດໝາຍ 300% ຊຸດນີ້ແມ່ນ 400% ຄື: ໜຶ່ງ: ປະຊາຊົນຜູ້ມີສິດເລືອກຕັ້ງ ໄປເລືອກຕັ້ງຄົບຈຳນວນ 100%, ສອງ: ຜູ້ມີສິດເລືອກຕັ້ງ ຮູ້ນຳໃຊ້ສິດຕາມລະບຽບກົດໝາຍ ໂດຍສະເພາະແມ່ນກົດໝາຍການເລືອກຕັ້ງ ໃຫ້ໄດ້ 100%, ສາມ: ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການເລືອກຕັ້ງ 100%, ສີ່: ການເລືອກຕັ້ງມີຄວາມໂປ່ງໃສ ແລະ ທັນເວລາ 100%. ຈຸດພິເສດອັນທີ 1 ໃນການເລືອກຕັ້ງຄັ້ງນີ້ ແມ່ນການນຳເອົາຜູ້ສະໝັກຮັບເລືອກຕັ້ງເປັນຄົນໜຸ່ມ, ຜູ້ມີອາຍຸຮຸ່ນກາງ ຈຳນວນຫຼາຍຂຶ້ນ ສ່ວນຮຸ່ນອາວຸໂສ ກໍມີພຽງ 10-15%; ອັນທີ 2 ແມ່ນການທີ່ທາງສູນກາງພັກ ໃຫ້ຄວາມສຳຄັນແກ່ເພດຍິງລົງສູ່ເວທີການເມືອງ, ລົງເປັນຜູ້ສະໝັກຮັບເລືອກຕັ້ງ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ເລືອກເອົາໃຫ້ໄດ້ 30% ຂຶ້ນໄປ ຂອງຈຳນວນຜູ້ສະໝັກທັງໝົດ. ນອກນັ້ນ, ຍັງແຕກຕ່າງຈາກຊຸດຜ່ານມາຍ້ອນວ່າ ໄດ້ມີການຕົກລົງເອົາການນຳຂັ້ນສູງ ຈຳນວນ 36 ທ່ານ ລົງສະໝັກຮັບເລືອກຕັ້ງ ໂດຍສະເພາະແມ່ນມີຂັ້ນກຳມະການກົມການເມືອງສູນກາງພັກ 4 ທ່ານ, ເລຂາທິການສູນກາງພັກ 1 ທ່ານ ແລະ ກໍາມະການສົມບູນ ແລະ ສຳຮອງສູນກາງພັກ ຈຳນວນ 31 ທ່ານ; ອັນພິເສດແມ່ນ ເປັນຄັ້ງທຳອິດທີ່ໃຫ້ບັນດາເລຂາພັກແຂວງ ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ທັງຈະເປັນປະທານສະພາປະຊາຊົນຂັ້ນແຂວງ ໃນ 18 ເຂດເລືອກຕັ້ງທົ່ວປະເທດ. ລວມຄວາມແລ້ວ ຖືວ່າການເລືອກຕັ້ງຄັ້ງນີ້ ແມ່ນມີຫຼາຍຈຸດພິເສດ ແລະ ມີອັນແຕກຕ່າງກັນໃນຊຸດຜ່ານມາ, ແຕ່ສິ່ງຄ້າຍຄືກັນ ກໍແມ່ນການເຮັດໃຫ້ຜູ້ມີສິດເລືອກຕັ້ງທັງໝົດ ສາມາດໄປໃຊ້ສິດປະຊາທິປະໄຕຂອງຕົນຕາມທີ່ລະບຽບກົດໝາຍວາງໄວ້.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຫວັງຢ່າງຍິ່ງວ່າ: ການເລືອກຕັ້ງຄັ້ງນີ້ ພວກເຮົາຈະສາມາດບັນລຸໄດ້ເປົ້າໝາຍ ແລະ ລະດັບຄາດໝາຍທີ່ວາງໄວ້ ເພື່ອປະກອບສ່ວນເຮັດໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມໝັ້ນຄົງ ພ້ອມທັງຫວັງວ່າ ບັນດາທ່ານຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ຈະຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເພື່ອໄປນຳໃຊ້ສິດໃນວັນອາທິດທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ທົ່ວເຖິງກັນໃນທົ່ວປະເທດ; ຂໍອວຍພອນໃຫ້ບັນດາທ່ານຜູ້ມີສິດເລືອກຕັ້ງ ແລະ ຜູ້ສະໝັກຮັບເລືອກຕັ້ງທັງໝົດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສຳເລັດໃນໜ້າທີ່ວຽກງານ ແລະ ປະສົບຜົນສຳເລັດໃນການເລືອກຕັ້ງຄັ້ງນີ້ຢ່າງຈົບງາມ.
ການເລືອກຕັ້ງຄັ້ງນີ້ ມີຫຼາຍຈຸດພິເສດ ແລະ ມີອັນແຕກຕ່າງກັບຊຸດຜ່ານມາ
