ຄະນະຜູ້ແທນລາວ ເຂົ້າຮ່ວມສັງເກດການເລືອກຕັ້ງໄທ

ກ.ພ. 13, 2026

(ສພຊ) – ວັນທີ 5-9 ກຸມພາ 2026, ອິງຕາມການເຊື້ອເຊີນຂອງເລຂາທິການໃຫຍ່ຄະນະກຳມະການເລືອກຕັ້ງ ແຫ່ງ ລາຊະອານາຈັກໄທ, ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ນາງ ນິດແກ້ວ ຄໍາມີ ຮອງຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ ໄດ້ຮັບການມອບໝາຍໃຫ້ເດີນທາງເຂົ້າຮ່ວມສັງເກດການເລືອກຕັ້ງສະມາຊິກສະພາຜູ້ແທນລາດສະດອນໄທ (ສສ) ເຊິ່ງມີຜູ້ເຂົ້າຮ່ວມສັງເກດການຈາກ 18 ອົງການລະຫວ່າງປະເທດ, ຕົວແທນສະຖານທູດຈາກປະເທດຕ່າງໆ ທີ່ປະຈຳການຢູ່ປະເທດໄທ 53 ປະເທດ ແລະ ຜູ້ຕາງໜ້າຈາກປະເທດຕ່າງໆ 14 ປະເທດ ລວມຜູ້ເຂົ້າຮ່ວມທັງໝົດ 144 ທ່ານ.
ການເຂົ້າຮ່ວມສັງເກດການເລືອກຕັ້ງຄັ້ງນີ້, ປະເທດເຈົ້າພາບໄດ້ຈັດກອງປະຊຸມເພື່ອແນະນໍາ, ແຈ້ງໃຫ້ຜູ້ແທນທັງໝົດຊາບກ່ຽວກັບຫຼັກການການເລືອກຕັ້ງ ແລະ ການລົງປະຊາມະຕິ; ມີການແນະນໍາໃນການລົງສັງເກດການເລືອກຕັ້ງຕົວຈິງ, ການລົງຕິດຕາມການແຈກຢາຍອຸປະກອນການເລືອກຕັ້ງ, ການເປີດ-ປິດຫີບໜ່ວຍເລືອກຕັ້ງ ແລະ ຂະບວນການລົງຄະແນນສຽງໃນການເລືອກຕັ້ງ ແລະ ການລົງປະຊາມະຕິ ຢູ່ໃນເຂດນະຄອນຫຼວງບາງກອກ ແລະ ເຂດນົນທະບູລີ ພ້ອມທັງຕິດຕາມການນັບຄະແນນຢູ່ສໍານັກງານໃຫຍ່ຂອງຄະນະກຳມະການເລືອກຕັ້ງ.
ໂດຍອີງຕາມລັດຖະທຳມະນູນສະບັບປັດຈຸບັນ, ການເລືອກຕັ້ງສະມາຊິກສະພາຜູ້ແທນລາດສະດອນຂອງໄທ ກໍານົດຈັດຂຶ້ນໃນວັນທີ 8 ກຸມພາ 2026 ນັບແຕ່ເວລາ 08:00-17:00 ໂມງ ຕາມເວລາທ້ອງຖິ່ນ, ສະພາຜູ້ແທນລາດສະດອນໄທ ມີທັງໝົດ 500 ທີ່ນັ່ງ (ແບ່ງອອກເປັນ ສສ ແບບແບ່ງເຂດ 400 ທີ່ນັ່ງ ແລະ ແບບບັນຊີລາຍຊື່ 100 ທີ່ນັ່ງ); ໃນການເລືອກຕັ້ງຄັ້ງນີ້ ເປັນຄັ້ງທໍາອິດທີ່ມີການໃຫ້ປະຊາຊົນລົງປະຊາມະຕິ “ເຫັນດີ ຫຼື ບໍ່ເຫັນດີ” ໃນບັນຫາສຳຄັນຂອງຊາດ ເຊິ່ງປັດຈຸບັນ ໄທກຳລັງມີການປຶກສາຫາລືເລື່ອງການລົງປະຊາມະຕິເພື່ອປັບປຸງຮ່າງລັດຖະທຳມະນູນ.
ພາຍຫຼັງຈາກປິດຫີບ (17:00 ໂມງ) ໂດຍການໃຊ້ລະບົບການລາຍງານຜົນແບບດິຈິຕອນ ມາຈາກການນັບຄະແນນຢູ່ແຕ່ລະໜ່ວຍເລືອກຕັ້ງທົ່ວປະເທດ ແລ້ວສົ່ງຂໍ້ມູນເຂົ້າສູ່ລະບົບກາງ; ຜົນການນັບຄະແນນຫຼ້າສຸດ (ຈາກຂໍ້ມູນນັບແລ້ວ 94% ຮອດເວລາ 21:14 ໂມງ ຂອງວັນທີ 11 ກຸມພາ 2026) ພັກພູມໃຈໄທ (ພັກລັດຖະບານປັດຈຸບັນ) ໄດ້ຮັບຄະແນນສູງສຸດ ຄາດຄະເນຈໍານວນ ສສ 193 ທີ່ນັ່ງ ແລະ ຮອງລົງມາແມ່ນພັກປະຊາຊົນ 118 ທີ່ນັ່ງ, ພັກເພື່ອໄທ 74 ທີ່ນັ່ງ, ພັກກ້າທຳ 58 ທີ່ນັ່ງ, ພັກປະຊາທິປັດ 22 ທີ່ນັ່ງ. ພາຍຫຼັງເລືອກຕັ້ງ, ສະມາຊິກສະພາຜູ້ແທນລາຊະດອນ ຈໍານວນ 500 ທີ່ນັ່ງ ແລະ ສະມາຊິກວຸດທິສະພາ ຫຼື ສະພາສູງ (ສວ) ຈໍານວນ 250 ທີ່ນັ່ງ ຕາມເງື່ອນໄຂສະເພາະຂອງລັດຖະທຳມະນູນ ຈະຮ່ວມກັນລົງຄະແນນສຽງເລືອກຕັ້ງນາຍົກລັດຖະມົນຕີ.