(ສພຊ) – ຕອນສວາຍວັນພະຫັດທີ 12 ກຸມພານີ້, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ໂຄສົກຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບມະຕິຂອງຄະນະກຳມະການເລືອກຕັ້ງລະດັບຊາດ ວ່າດ້ວຍການປະກາດຈຳນວນຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າທົ່ວປະເທດ ແລະ ຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ໄດ້ຮັບຊາບຢ່າງທົ່ວເຖິງກັນວ່າ: ປະຕິບັດຕາມາດຕາ 7 (ຜູ້ມີສິດເລືອກຕັ້ງ), ມາດຕາ 22 (ການຂຶ້ນບັນຊີຜູ້ມີສິດເລືອກຕັ້ງ) ແລະ ມາດຕາ 23 (ການຂຶ້ນບັນຊີຜູ້ມີສິດເລືອກຕັ້ງຢູ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ) ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024 ແລະ ອີງຕາມຜົນການສຳຫຼວດ, ເກັບກຳສະຖິຕິຜູ້ມີສິດເລືອກຕັ້ງໃນແຕ່ລະເຂດເລືອກຕັ້ງທົ່ວປະເທດ, ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ອອກມະຕິສະບັບເລກທີ 90/ຄລຊ, ລົງວັນທີ 10 ກຸມພາ 2026 ວ່າດ້ວຍການປະກາດຈຳນວນຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢ່າງເປັນທາງການ ເຊິ່ງມະຕິມີບາງເນື້ອໃນສຳຄັນດັ່ງນີ້: ຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນທົ່ວປະເທດ ມີຈຳນວນລວມທັງໝົດ 4,764,384 ຄົນ, ຍິງ 2,384,104 ຄົນ ໃນນີ້, ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ ທີ່ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງ ມີຈຳນວນ 23,378 ຄົນ, ຍິງ 7,828 ຄົນ; ຈໍານວນຜູ້ມີສິດເລືອກຕັ້ງໃນແຕ່ລະເຂດເລືອກຕັ້ງ ມີລາຍລະອຽດດັ່ງນີ້:
ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີ 679,952 ຄົນ, ຍິງ 339,824 ຄົນ ໃນນີ້, ລວມທັງຜູ້ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ;
ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ມີ 124,060 ຄົນ, ຍິງ 65,053 ຄົນ;
ເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ມີ 136,346 ຄົນ, ຍິງ 66,770 ຄົນ;
ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ມີ 228,192 ຄົນ, ຍິງ 111,024 ຄົນ;
ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີ 132,290 ຄົນ, ຍິງ 65,277 ຄົນ;
ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ມີ 299,857 ຄົນ, ຍິງ 148,550 ຄົນ;
ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີ 302,711 ຄົນ, ຍິງ 145,856 ຄົນ;
ເຂດເລືອກຕັ້ງທີ 8 ແຂວງຫົວພັນ ມີ 177,694 ຄົນ, ຍິງ 79,794 ຄົນ;
ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ມີ 174,419 ຄົນ, ຍິງ 83,104 ຄົນ;
ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີ 302,420 ຄົນ, ຍິງ 145,862 ຄົນ;
ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ມີ 215,335 ຄົນ, ຍິງ 106,373 ຄົນ;
ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ມີ 296,137 ຄົນ, ຍິງ 149,036 ຄົນ;
ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີ 723,129 ຄົນ, ຍິງ 367,702 ຄົນ;
ເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີ 256,796 ຄົນ, ຍິງ 152,832 ຄົນ;
ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ມີ 457,302 ຄົນ, ຍິງ 231,696 ຄົນ;
ເຂດເລືອກຕັ້ງທີ 16 ແຂວງເຊກອງ ມີ 87,503 ຄົນ, ຍິງ 42,160 ຄົນ;
ເຂດເລືອກຕັ້ງທີ 17 ແຂວງອັດຕະປື ມີ 111,878 ຄົນ, ຍິງ 54,708 ຄົນ;
ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີ 58,363 ຄົນ, ຍິງ 28,483 ຄົນ.
ວັນທີ 22 ກຸມພາ 2026 ແມ່ນເຫດການປະຫວັດສາດທີ່ມີຄວາມໝາຍສຳຄັນທີ່ສຸດໃນຊີວິດການເມືອງຂອງປະຊາຊົນລາວບັນດາເຜົ່າທົ່ວທັງຊາດ ລວມທັງພົນລະເມືອງລາວທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານຢູ່ຕ່າງປະເທດ, ເປັນຂີດໝາຍສຳຄັນຍິ່ງອີກຄັ້ງໜຶ່ງໃນການເສີມຂະຫຍາຍ ແລະ ປະຕິບັດສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ໃນຖານະຜູ້ເປັນເຈົ້າຂອງອຳນາດລັດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໃນນາມຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງລະດັບທ້ອງຖິ່ນທຸກຂັ້ນ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຖືເອົາໂອກາດນີ້ ຮຽກຮ້ອງໄປຍັງພົນລະເມືອງລາວຜູ້ມີສິດເລືອກຕັ້ງທຸກຄົນ ແຕ່ອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດໃນວັນເລືອກຕັ້ງໃຫ້ຄົບຖ້ວນ, ເຮັດໃຫ້ການເລືອກຕັ້ງຄັ້ງນີ້ ບັນລຸຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ແນໃສ່ປັບປຸງ ແລະ ຍົກສູງບົດບາດຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສູ່ບາດລ້ຽວໃໝ່, ປະກອບສ່ວນທີ່ສຳຄັນໃນການສ້າງລັດປະຊາທິປະໄຕປະຊາຊົນຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ພາປະເທດຊາດທີ່ແສນຮັກ ແລະ ຫວງແຫນຂອງພວກເຮົາ ກໍຄືຊາດລາວເອກະພາບ ກ້າວໄປສູ່ໄລຍະການພັດທະນາດ້ວຍຄຸນນະພາບໃໝ່ ຕາມມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ X ແຕ່ປີ 2026-2030 ໃຫ້ປາກົດຜົນເປັນຈິງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນຢູ່ປະເທດເຮົາ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.

