ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ລົງສະເໜີຕົວ ຢູ່ເມືອງສິງ

ກ.ພ. 11, 2026

ວັນທີ 10 ກຸມພາ 2026 ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X(ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V(ສສຂ) ລົງສະເໜີຕົວພົບປະພະນັກງານຫລັກແຫລ່ງ ຢູ່ສະໂມສອນເມືອງສິງ ແຂວງຫລວງນ້ຳທາ ໂດຍໃຫ້ກຽດເຂົ້າຮ່ວມມີ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ,ການນໍາຂອງແຂວງ, ການນໍາຂອງເມືອງ ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ປະຈຳເມືອງສິງ, ພ້ອມດ້ວຍພະນັກງານຫລັກແຫລ່ງ ພ້ອມດ້ວຍພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນເທດສະບານພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ

ໂອກາດດັງກ່າວທ່ານ ຫລ້າປະເສີດ ສີປະເສີດ ຄະນະປະຈຳພັກແຂວງ ກຳມະການຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ລາຍງານຄຸນລັກສະນະ ຂອງຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງສິງ ເຊິ່ງທ່ານໃຫ້ຮູ້ວ່າຈຳນວນຜູ້ລົງຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ມີຈຳນວນ 10 ທ່ານ, ຍິງ 3 ທ່ານ, ເລືອກເອົາ 7 ທ່ານ, ຜູ້ຮັບສະໝັກມາຈາກສູນກາງ 2 ທ່ານ, ຍິງ 1 ທ່ານ, ຜູ້ຮັບສະໝັກຈາກທ້ອງຖິ່ນ 8 ທ່ານ, ຍິງ 2 ທ່ານ ແລະ ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງສິງ ມີຈໍານວນ 7 ທ່ານ, ຍິງ 2 ທ່ານ, ເລືອກເອົາ 5 ທ່ານ, ຜູ້ຮັບສະໝັກຈາກເມືອງສິງ 5 ທ່ານ, ຍິງ1 ທ່ານ, ຈາກແຂວງ 2 ທ່ານ, ຍິງ 1 ທ່ານ, ຊຶ່ງເປັນຕົວແທນໃຫ້ແກ່ພົນລະເມືອງ ຊາວ​ແຂວງ​ຫຼວງ​ນໍ້າ​ທາ ທັງໝົດ ຈໍານວນ 215.902 ຄົນ, ຍິງ 105.069 ຄົນ, ທຽບໃສ່ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ຜ່ານມາແມ່ນເພີ່ມຂື້ນ 15%, ພ້ອມດຽວກັນ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ຕະຫຼອດຮອດຜູ້ມີສິດປ່ອນບັດເລືອກຕັ້ງຈົ່ງເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ ປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການປ່ອນບັດເລືອກຕັ້ງຄັ້ງນີ້ ໃຫ້ບັນລຸ 400%; ໃນນັ້ນຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຕື່ນຕົວໄປໃຊ້ສິດດ້ວຍຕົນເອງ 100%; ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບປະກັນການປ່ອນບັດ, ການສັງລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານ ວ່ອງໄວ ທັນເວລາ 100%. ພ້ອມນັ້ນ ຜູ້ລົງຮັບສະມັກເລືອກຕັ້ງເປັນ ສສຊ ແລະ ສສຂ ເມືອງສິງ ໄດ້ຂື້ນສະເໜີຕົວຕາມປະຫວັດການເຄື່ອນໄຫວຂອງຕົນ, ນອກນັ້ນ ຍັງຈະສືບຕໍ່ສະເໜີຕົວຢູ່ເຂດຕາແສງບ້ານມອມ ແລະ ບ້ານກາງໃໝ່.

ຂ່າວ ວັນນີ ແຝງບົວວັນ