ປະທານສະພາແຫ່ງຊາດລາວ ພົບປະປະທານສະພາແຫ່ງຊາດຫວຽດນາມ

ກ.ພ. 9, 2026

​(ສພຊ) – ວັນທີ 5 ກຸມພາ 2026 ທີ່ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ພົບປະກັບສະຫາຍ ເຈິ່ນ ແທັງ ເໝິນ ກໍາມະການກົມການເມືອງສູນກາງພັກກອມ ມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ໃນໂອກາດທີ່ຮ່ວມກັບສະຫາຍເລຂາທິການໃຫຍ່ ໂຕ ເລິມ ມາຢ້ຽມຢາມລັດຖະກິດທີ່ ສປປລາວ.
​ ໃນການພົບປະ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ສະຫາຍ ເຈິ່ນ ແທັງ ເໝິນ ທີ່ໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມລັດຖະກິດໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນທຸກໆຂົງເຂດ ເປັນຕົ້ນ ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດ ແລະ ບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ໄດ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ, ສອງຝ່າຍໄດ້ມີການຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນແລະກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດມາ.
​ ສະຫາຍ ເຈິ່ນ ແທັງ ເໝິນ ໄດ້ສະແດງຄວາມເປັນເອກະພາບສູງຂອງການຕີລາຄາຕໍ່ການພົວພັນ ແລະ ຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ກໍຄືທິດທາງແຜນການຮ່ວມມືໃນຕໍ່ໜ້າ ພ້ອມກັນນີ້, ກໍໄດ້ແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ພ້ອມທັງໄດ້ກ່າວສະແດງຄວາມຍິນດີຕໍ່ສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ຮັບເລືອກຕັ້ງເປັນກຳມະການກົມການ ເມືອງສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເຊິ່ງແມ່ນການຮັບຮູ້ຢ່າງເລິກເຊິ່ງໂດຍພັກ, ລັດ ແລະ ປະຊາຊົນລາວ ຕໍ່ການປະກອບສ່ວນອັນສຳຄັນດ້ານສະຕິປັນຍາ, ຄວາມກ້າຫານ ແລະ ການອຸທິດຕົນ ໃນໄລຍະຜ່ານມາ ທີ່ມີຕໍ່ສະຫາຍປະທານສະພາແຫ່ງຊາດລາວ.
​ ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຂອງປະເທດ ກໍຄືການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດແຕ່ລະປະເທດ ແລະ ເປັນເອກະພາບກ່ຽວກັບທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະແມ່ນການສືບຕໍ່ປັບປຸງເນື້ອໃນຂອງບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ແລະ ສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ສະບັບປີ 2022 ທີ່ຈະໝົດອາຍຸໃນປີ 2026 ໃຫ້ມີຄວາມສອດຄ່ອງກັບສະພາບການຕົວຈິງແຕ່ລະໄລຍະ; ສືບຕໍ່ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງ ລະຫວ່າງສອງລັດຖະບານ ກໍຄືຜົນຂອງກອງປະຊຸມຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ແລະ ບັນດາໂຄງການຮ່ວມມືຂອງສອງປະເທດ ເພື່ອເຮັດໃຫ້ການຮ່ວມມື ທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ມີການຂະຫຍາຍຕົວສູງຂຶ້ນ ສົມຄູ່ກັບການພົວພັນຮ່ວມມືດ້ານການເມືອງ; ໃນຕໍ່ໜ້າ ໃຫ້ໄດ້ມີການແລກປ່ຽນບົດຮຽນກ່ຽວກັບການສ້າງນິຕິກໍາຕ່າງໆ ທີ່ຕິດພັນກັບການສ້າງ ແລະ ປັບປຸງກົດໝາຍ ໃຫ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະບົດຮຽນການເປັນສະມາຊິກສະພາຄວບຕຳແໜ່ງເລຂາພັກແຂວງ ແລະ ປະທານສະພາປະຊາຊົນແຂວງ ແລະ ເຫັນດີສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັນ ໃນການເຄື່ອນໄຫວໃນອົງການລັດຖະສະພາພາກພື້ນ ແລະ ສາກົນ.