(ສພຊ) – ວັນທີ 3 ກຸມພາ 2026 ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ (ສພຊ) ໄດ້ຕ້ອນຮັບ ແລະ ນຳພານັກຮຽນຈາກໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດທະຍົມຕອນຕົ້ນ ຈິດຕິສັກ ຈຳນວນ 100 ຄົນ ເຊິ່ງນຳໂດຍທ່ານ ນາງ ດາລິວັນ ສີອັກຄະສອນ ຮອງອຳນວຍການໂຮງຮຽນ ທີ່ມາທັດສະນະສຶກສາຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ.
ການມາທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ແລະ ນ້ອງນັກຮຽນໄດ້ຕອບຄຳຖາມເພື່ອຮັບປຶ້ມທີ່ລະນຶກຈາກ ສພຊ; ຈາກນັ້ນ, ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ ເຮັດໃຫ້ນ້ອງໆນັກຮຽນ, ຄູ-ອາຈານ ມີຄວາມຮັບຮູ້ ແລະ ເຂົ້າ ໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຫຼາຍຂຶ້ນ.
(ນາງ ນິດຕາ ຄຸນປາກດີ)

