ຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2024 ຂອງສະພາແຫ່ງຊາດ ຊຸດທີ IX

ກ.ພ. 2, 2026

​ ການປະຕິບັດພາລະບົດບາດດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະ ເທດຊາດ:
​ ປີ 2024 ສະພາແຫ່ງຊາດ ໄດ້ຄົ້ນຄວ້າພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມລັດຖະທໍາມະນູນ ແລະ ກົດໝາຍ ໂດຍຜ່ານການດໍາເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ດັ່ງນີ້:
​- ພິຈາລະນາ, ຮັບຮອງບັນດາວຽກງານສໍາຄັນຕ່າງໆ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 7 ແລະ ເທື່ອທີ 8 ຂອງສະພາແຫ່ງຊາດ ທັງໝົດຈຳນວນ 23 ຫົວຂໍ້ເນື້ອໃນໃຫຍ່ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈຳນວນ 43 ສະບັບ; ໃນນີ້, ວຽກງານສະພາແຫ່ງຊາດ 3 ສະບັບ, ວຽກງານລັດຖະບານ 11 ສະບັບ, ວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ 3 ສະບັບ, ວຽກງານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ 3 ສະບັບ, ວຽກງານສ້າງ ແລະ ປັບປຸງກົດໝາຍ 23 ສະບັບ.
– ພິຈາລະນາ, ຮັບຮອງບັນດາຫົວຂໍ້ເນື້ອໃນ ຢູ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະໄໝວິສາມັນຄະນະປະຈໍາສະພາແຫ່ງຊາດ ທັງໝົດຈໍານວນ 138 ເນື້ອໃນ ແລະ ອອກເປັນມະຕິຄະນະປະຈໍາສະພາແຫ່ງຊາດ ໄດ້ຈໍານວນທັງໝົດ 137 ສະບັບ; ໃນນີ້, ວຽກງານສະພາແຫ່ງຊາດ 23 ສະບັບ, ວຽກງານລັດຖະບານ 19 ສະບັບ, ວຽກງານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ 94 ສະບັບ ແລະ ວຽກງານອົງການກວດສອບແຫ່ງລັດ 1 ສະບັບ.