(ສພຊ) – ວັນທີ 22 ມັງກອນຜ່ານມາ ທີ່ສະໂມສອນແຂວງໄຊຍະລີ ໄດ້ມີກອງປະຊຸມຕິດຕາມ ແລະ ຊຸກຍູ້ວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດປະຈຳເຂດເລອກຕັ້ງທີ 7 ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໂດຍການເປັນປະທານຮ່ວມຂອງທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ), ຮອງຫົວໜ້າອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ທ່ານ ເພັງນິລັນ ຄໍາພັນເພັງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການເລືອກຕັ້ງແຂວງ (ຄລຂ); ເຊິ່ງມີທ່ານ ດວງຕາ ໄຊວຸດ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍບັນດາກຳມະການ, ຫົວໜ້າ-ຮອງຫົວໜ້າອະນຸກຳມະການເລືອກຕັ້ງແຂວງ ແລະ ກອງເລຂາຊ່ວຍວຽກຂອງ ຄລຂ ໄຊຍະບູລີ ເຂົ້າຮ່ວມຢ່າງພ້ອມພຽງ.

ທີ່ກອງປະຊຸມ, ທ່ານ ດຣ. ນາງ ໄກຍະສອນ ສີດາ ຄະນະປະຈໍາພັກແຂວງ, ຜູ້ປະຈໍາການຄະນະກໍາມະການເລືອກຕັ້ງແຂວງ ໄດ້ລາຍງານການກະກຽມ ແລະ ດໍາເນີນການເລືອກຕັ້ງຢູ່ແຂວງໄຊຍະລີ ວ່າ: ໄດ້ຜັນຂະຫຍາຍບັນດາມະຕິ, ຄໍາແນະນໍາຕ່າງໆ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ມາເປັນມະຕິຂອງຄະນະບໍລິຫານງານພັກແຂວງ, ມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ແລະ ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໄດ້ 29 ສະບັບ ໃນນັ້ນ, ເພີ່ມ 1 ອະນຸກໍາມະການຂອງ ຄລຂ ຄື: ອະນຸກໍາມະການຮັກສາສຸຂະພາບ ລວມເປັນ 6 ອະນຸກໍາມະການ; ສຳເລັດການເຝິກອົບຮົມພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ, ກົມກອງ ແລະ ເມືອງທົ່ວແຂວງ; ປັດຈຸບັນ, ທົ່ວແຂວງມີ 500 ໜ່ວຍປ່ອນບັດເລືອກຕັ້ງ ໃນນີ້, ມີໜ່ວຍປ່ອນບັດເຄື່ອນທີ 3 ໜ່ວຍ, 482 ຫີບ ຕ້ອງການເພີ່ມ 518 ຫີບ, ມີຜູ້ມີສິດປ່ອນບັດເລືອກຕັ້ງ 303,426 ຄົນ ເປັນຍິງ 146,388 ຄົນ. ນອກນີ້, ຍັງໄດ້ຮັບຟັງການກະກຽມ ແລະ ດໍາເນີນການເລືອກຕັ້ງຂອງເມືອງໄຊຍະບູລີ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນເສີມຂະຫຍາຍຄວາມຮັບຜິດຊອບ ສຸມສະຕິບັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄຳຄິດຄໍາເຫັນແລກປ່ຽນຕາມຫົວຂໍ້ຕ່າງໆ ໃຫ້ແທດເໝາະກັບຕົວຈິງ ແນໃສ່ສ້າງຄວາມເປັນເອກະພາບທາງດ້ານຫຼັກການ, ທັດສະນະ ແລະ ແນວຄິດ, ກຳຈັດຂໍ້ຂາດຕົກບົກຜ່ອງ ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ.

ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຫ້າງຫາກະກຽມໃຫ້ແກ່ການເລືອກຕັ້ງຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ-ເມືອງ ທັງເນັ້ນໜັກໃຫ້ເອົາໃຈໃສ່ເພີ່ມທະວີການໂຄສະນາ, ສ້າງຂະບວນການໃຫ້ຟົດຟື້ນ ເພື່ອໃຫ້ພົນລະເມືອງຜູ້ມີສິດເລືອກຕັ້ງ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເຖິງການນຳໃຊ້ສິດຂອງຕົນຢ່າງຄົບຖ້ວນຕາມທີ່ລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້ ທັງເອົາໃຈໃສ່ວຽກງານປ້ອງຄວາມສະຫງົບ ຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ ຕິດພັນກັບການຕິດຕາມສະພາບການຕົວຈິງໃນການເລືອກຕັ້ງ, ເອົາໃຈໃສ່ສ້າງແຜນ ແລະ ປະສານງານກັບບັນດາອະນຸກຳມະການລະດັບຊາດ ໃຫ້ລະອຽດຮັດກຸມ ຮັບປະກັນໄດ້ຕາມ 4 ຄາດໝາຍໃຫຍ່ຂອງ ຄລຊ.
ກ່ອນໜ້ານີ້ ຄືວັນທີ 19 ມັງກອນ, ທ່ານ ພົທ. ສຸວອນ ເລືອງບຸນມີ ຍັງໄດ້ຕິດຕາມ ແລະ ຊຸກຍູ້ວຽກງານເລືອກຕັ້ງຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ ຢູ່ເມືອງຄອບ ເຊິ່ງທົ່ວເມືອງມີໜ່ວຍປ່ອນບັດ 32 ໜ່ວຍ, ມີພົນລະເມືອງ 22,038 ຄົນ ເປັນຍິງ 10,981 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງຕາມສໍາມະໂນຄົວ 15,210 ຄົນ ເປັນຍິງ 7,607 ຄົນ. ໃນວັນທີ 29 ມັງກອນ, ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ຄະນະກຳມະການເລືອກຕັ້ງຂັ້ນເມືອງ ຢູ່ເມືອງບໍ່ແຕນ ເຊິ່ງທົ່ວເມືອງມີ 30 ໜ່ວຍປ່ອນບັດ, ມີຜູ້ມີສິດປ່ອນບັດເລືອກຕັ້ງ 19,073 ຄົນ ເປັນຍິງ 9,825 ຄົນ, ຜູ້ມີສິດປ່ອນບັດເລືອກຕັ້ງຕາມປຶ້ມສຳມະໂນຄົວ 14,793 ຄົນ ເປັນຍິງ 7,451 ຄົນ.
(ນາງ ອາລິນ ສຸພິມມະປະດິດ)

