(ສພຊ) – ກອງປະຊຸມຮ່ວມລະຫວ່າງຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ ກັບສື່ມວນຊົນ ຈັດຂຶ້ນໃນຕອນບ່າຍວັນທີ 28 ມັງກອນຜ່ານມາ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ປະທານກຳມາທິການຍຸຕິທໍາ ທັງເປັນປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ, ມີບັນດາສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ; ທັງນີ້, ກໍເພື່ອປຶກສາຫາລືການຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນໍາຂອງອົງ ຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍສະເພາະໂຄງປະກອບເພດ ເພື່ອຮັບປະກັນຜູ້ຮັບສະໝັກເລືອກຕັ້ງທີ່ເປັນເພດຍິງ ໄດ້ຮັບເລືອກເປັນ ສສຊ ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ສະເລ່ຍລວມບໍ່ໃຫ້ຫຼຸດ 30% ຂອງຈໍານວນ ສສຊ ແລະ ສສຂ ທັງໝົດທີ່ໄດ້ຮັບເລືອກຕັ້ງ.

ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ມີຄຳເຫັນແລກປ່ຽນກ່ຽວກັບບົດບາດຂອງແມ່ຍິງໃນເວທີການເມືອງຢູ່ໃນໂລກ, ພາກພື້ນ ແລະ ສປປລາວ ໂດຍສະເພາະແມ່ນຜົນການວິເຄາະກ່ຽວກັບການເປັນຕົວແທນຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ໃນສະພາແຫ່ງຊາດ (ສພຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ). ນັບແຕ່ໃດໆມາ ພັກ, ລັດຖະບານ ກໍຄືສະພາແຫ່ງຊາດ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ກໍຄືການມີສ່ວນຮ່ວມທາງດ້ານການເມືອງຂອງແມ່ຍິງ ເຊິ່ງສະແດງອອກຢູ່ໃນໂຄງການການເມືອງ 12 ຂໍ້ ຂອງພັກປະຊາຊົນປະຕິວັດລາວ ໃນຂໍ້ທີ 7 ໄດ້ກຳນົດແຕ່ຫົວທີກ່ຽວກັບການປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ, ປະຕິບັດນະໂຍບາຍສະເໝີພາບ ແລະ ສາມັກຄີລະຫວ່າງເຜົ່າ, ລົບລ້າງຄວາມອາຄາດບາດໝາງ, ຄວາມແບ່ງແຍກລະຫວ່າງເຜົ່າຕ່າງໆ ຢູ່ພາຍໃນປະເທດ ທີ່ພວກລ່າເມືອງຂຶ້ນ ແລະ ສັກດີນາ ເປັນຜູ້ກໍ່ຂຶ້ນ; ຈາກນັ້ນ, ກໍໄດ້ຮັບການສືບຕໍ່ຜັນຂະຫຍາຍໃຫ້ເປັນແນວທາງ, ແຜນນະໂຍບາຍຂອງພັກ, ລັດທະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ລວມທັງການເຂົ້າເປັນພາຄີຂອງສົນທິສັນຍາສາກົນ.
ໃນໄລຍະຜ່ານມາ, ເພດຍິງທີ່ເປັນການນໍາແຕ່ລະຂັ້ນ ໄດ້ເອົາໃຈໃສ່ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການກຳນົດນະໂຍບາຍ, ການສ້າງ ແລະ ປັບປຸງກົດໝາຍ; ການພິຈາລະນາຕົກລົງບັນຫາສໍາຄັນຂອງຊາດ, ທ້ອງຖິ່ນ; ການຕິດຕາມກວດກາການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເຮັດໃຫ້ບົດບາດຂອງເພດຍິງທີ່ເປັນການນໍາ ໄດ້ຮັບການຍົກສູງຂຶ້ນ. ປັດຈຸບັນ, ອັດຕາສ່ວນຂອງເພດຍິງໃນເວທີການ ເມືອງມີຈຳນວນເພີ່ມຂຶ້ນ ເຊັ່ນ: ແມ່ຍິງທີ່ເປັນກຳມະການຄະນະບໍລິຫານງານສູນກາງພັກ ກວມເອົາ 16.9%, ສສຊ ກວມເອົາ 21.95%, ສສຂ ກວມເອົາ 30.48%, ລັດຖະມົນຕີ ແລະ ທຽບເທົ່າ ກວມເອົາ 27.27%, ຕຳແໜ່ງບໍລິຫານການປົກຄອງທ້ອງຖິ່ນ ກວມເອົາ 11.89% ເຊິ່ງຕົວເລກຄາດໝາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ (2021-2025) ກຳນົດໄວ້ແມ່ນ: ສສຊ ແລະ ສສຂ ເພດຍິງ ໃຫ້ກວມ 30% ຂຶ້ນໄປ; ການນໍາທີ່ເປັນເພດຍິງຂັ້ນສູນກາງ ໃຫ້ກວມ 30% ຂຶ້ນໄປ, ຂັ້ນແຂວງ-ນະຄອນຫຼວງ ໃຫ້ກວມ 20% ຂຶ້ນໄປ, ຂັ້ນເມືອງ ໃຫ້ກວມ 20% ຂຶ້ນໄປ ແລະ ຂັ້ນບ້ານ ໃຫ້ກວມ 10% ຂຶ້ນໄປ; ເພດຍິງເປັນລັດຖະກອນ ໃຫ້ກວມ 50% ຂຶ້ນໄປ ເມື່ອທຽບໃສ່ຄາດໝາຍດັ່ງກ່າວ ແມ່ນບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້. ສະນັ້ນ, ເພື່ອກະກຽມໃຫ້ແກ່ການເລືອກຕັ້ງຄັ້ງນີ້ ທີ່ຈະຈັດຂຶ້ນໃນວັນອາທິດທີ 22 ກຸມພາ 2026 ໃຫ້ມີຈຳນວນສະມາຊິກສະພາທີ່ເປັນເພດຍິງ ບັນລຸ 30% ຂຶ້ນໄປຕາມຄາດໝາຍທີ່ວາງໄວ້ນັ້ນ, ຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX ໄດ້ດໍາເນີນການຄົ້ນຄວ້າເພື່ອວິເຄາະກ່ຽວກັບການເປັນຕົວແທນຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ໃນ ສພຊ ແລະ ສພຂ ຕາມການຕົກລົງເຫັນດີຂອງຄະນະປະຈຳສະພາແຫ່ງຊາດ ບວກກັບການສະໜັບສະໜູນດ້ານງົບປະມານ ແລະ ວິຊາການ ຈາກໂຄງການເສີມສ້າງຄວາມສາມາດ ແລະ ປະສິດທິພາບ ໃຫ້ແກ່ລະບົບສະພາປະຊາຊົນໃນ ສປປລາວ ຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ເຊິ່ງວິທີການຄົ້ນຄວ້າຂອງທີມງານ ແມ່ນໄດ້ດໍາເນີນການທົບທວນຄືນບັນດາບົດຄົ້ນຄວ້າ ແລະ ຂໍ້ມູນທີ່ມີຢູ່ ເປັນຕົ້ນ: ນະໂຍບາຍ, ຍຸດທະສາດ, ກົດໝາຍ, ບົດຄົ້ນຄວ້າ, ບົດລາຍງານ ແລະ ອື່ນໆ ຈາກ 53 ແຫຼ່ງ; ໄດ້ດໍາເນີນການສໍາພາດແບບເຈາະເລິກກັບ ສສຊ 19 ທ່ານ ເປັນຍິງ 11 ທ່ານ ແລະ ດຳເນີນການສໍາຫຼວດຕາມແບບສອບຖາມ ສສຊ, ສສຂ ແລະ ພະນັກງານທີ່ເຮັດວຽກຢູ່ ສພຊ ແລະ ສພຂ ທີ່ໄດ້ຕອບແບບສອບຖາມ 305 ທ່ານ.

