ເຜີຍແຜ່ມະຕິການເຄື່ອນໄຫວວຽກງານສາຍດ່ວນ 156

ມ.ກ. 25, 2026

(ສພຊ) – ກອງປະຊຸມເຜີຍແຜ່ມະຕິວ່າດ້ວຍການເຄື່ອນໄຫວວຽກງານສາຍດ່ວນ (156) ແລະ ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານສາຍດ່ວນໃນໄລຍະຜ່ານມາ ເພື່ອປັບປຸງຮ່າງຄູ່ມືການເຄື່ອນໄຫວວຽກງານສາຍດ່ວນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-25 ມັງກອນ 2026 ຢູ່ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ນວນທອງ ສຸວັນວິໄຊ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ (ສພຊ), ເຂົ້າຮ່ວມມີຄະນະຫ້ອງວ່າການສະພາປະຊາຊົນ 8 ແຂວງ ຄື: ຫຼວງພະບາງ, ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ຫົວພັນ ແລະ ຊຽງຂວາງ ພ້ອມດ້ວຍຕາງໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງຫຼວງພະບາງ, ພະນັກງານ-ລັດຖະກອນພາຍໃນ ສພຊ ແລະ ສະພາປະຊາຊົນ 8 ແຂວງ.
ທ່ານ ນວນທອງ ສຸວັນວິໄຊ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ພະນັກງານຜູ້ເຮັດວຽກງານສາຍດ່ວນ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບການເປັນເສນາທິການໃນການຮັບຜິດຊອບວຽກງານສາຍດ່ວນ ແນໃສ່ເຮັດໃຫ້ມີທັດສະນະຫຼກໝັ້ນ, ມີຄວາມໜັກແໜ້ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນຈັນຍາທໍາ ໃນການປະຕິບັດໜ້າທີ່ວຽກງານດັ່ງກ່າວເປັນຢ່າງດີ; ບັນດາຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນເພື່ອເປັນບ່ອນອີງໃນການປັບປຸງຮ່າງຄູ່ມືການເຄື່ອນໄຫວວຽກງານສາຍດ່ວນ. ພ້ອມນີ້, ທ່ານ ນວນທອງ ສຸວັນວິໄຊ ຍັງໄດ້ເຜີຍແຜ່ມະຕິວ່າດ້ວຍການເຄື່ອນໄຫວວຽກງານສາຍດ່ວນ 156 ເຊິ່ງເປັນນິຕິກຳທີ່ສຳຄັນ, ເປັນບ່ອນອີງໃນການເຄື່ອນໄຫວວຽກງານສາຍດ່ວນ ໂດຍທ່ານໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນຢູ່ບາງໝວດ, ບາງມາດຕາຂອງມະຕິດັ່ງກ່າວ ເຊິ່ງມະຕິສະບັບນີ້ ໄດ້ກຳນົດຫຼັກການ, ຂັ້ນຕອນ, ວິທີການ ແລະ ຄວາມຮັບຜິດຊອບວຽການສາຍດ່ວນ ເປັນຕົ້ນ: ການປະສານງານໃນການຕິດຕາມການແກ້ໄຂຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ໃຫ້ຖືກຕ້ອງ, ທັນເວລາ ແລະ ຍຸຕິທໍາ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ.
ໃນກອງປະຊຸມ, ບັນດາວິທະຍາກອນໄດ້ນຳສະເໜີຄວາມຮູ້ພື້ນຖານກ່ຽວກັບວຽກງານສາຍດ່ວນ 156 ຂອງສະພາແຫ່ງຊາດ ໂດຍຍົກໃຫ້ເຫັນພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບທີ່ສຳຄັນສຳລັບເປັນເສນາທິການໃຫ້ຂັ້ນເທິງ ໃນການຈັດຕັ້ງປະຕິບັດວຽກງານສາຍດ່ວນ ເປັນຕົ້ນ: ໄດ້ເນັ້ນທັກສະການສົນທະນາໃນເວລາຟັງ, ບັນທຶກ, ສັງລວມຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ເພື່ອໃຫ້ພະນັກງານຜູ້ຮັບຜິດຊອບວຽກດັ່ງກ່າວ ສາມາດບັນທຶກ, ສັງລວມເນື້ອໃນໃຫ້ຄົບຖ້ວນ, ຖືກຕ້ອງຕາມຈຸດປະສົງຂອງຜູ້ໂທ, ພາຍໃຕ້ເຫດການ ແລະ ເຫດຜົນຕາມຄວາມເປັນຈິງ, ກະທັດຮັດ, ຖືກຫຼັກໄວຍາກອນ, ຕາມຈຸດປະສົງຂອງປະຊາຊົນ ແນໃສ່ເຮັດໃຫ້ຜູ້ອ່ານເຂົ້າໃຈງ່າຍ, ສາມາດນໍາສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫາໄດ້ຖືກຕ້ອງ ແລະ ທັນເວລາ; ການຮ່າງບົດລາຍງານໃນການແຈ້ງຕອບຄຳສະເໜີຂອງປະຊາຊົນຜ່ານສາຍດ່ວນ 156 ເພື່ອລາຍງານຂັ້ນເທິງ, ການກວດກາເນື້ອໃນ, ຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນ, ແຍກຂົງເຂດ, ການເຮັດປຶ້ມປະມວນ ແລະ ນຳສົ່ງຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນ ໃຫ້ພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂ; ນອກນີ້, ຍັງໄດ້ຜ່ານຮ່າງຄູ່ມືການເຄື່ອນໄຫວວຽກງານສາຍດ່ວນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ). ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນ ແລະ ສຸມໃສ່ປັບປຸງຮ່າງຄູ່ມືດັ່ງກ່າວໃຫ້ສຳເລັດຕາມແຜນການ ເພື່ອນຳໄປເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານສາຍດ່ວນ ໃຫ້ເປັນເອກະພາບກັນທັງຢູ່ພາຍໃນ ສພຊ ແລະ ສພຂ ເພື່ອສະໜອງຂໍ້ມູນໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ນຳເອົາຄໍາສະເໜີຂອງປະຊາຊົນ ໄປປະສານສົມທົບກັບພາກສ່ວນກ່ຽວຂ້ອງ ພິຈາລະນາ, ແກ້ໄຂໃຫ້ຖືກຕ້ອງ, ທັນເວລາ ແລະ ຍຸຕິທໍາ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ.