(ສພຊ) – ວັນທີ 19-21 ມັງກອນຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການເງິນ, ກຳມະການຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ), ຮອງຫົວໜ້າອະນຸກຳມະການບໍລິຫານ, ພິທີການ ແລະ ງົບປະມານ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກຳມະການ ຄລຊ, ກຳມະການອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ແລະ ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ, ຮອງຫົວໜ້າອະນຸກຳມະການເລຂານຸການ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງຈຳປາສັກ ແລະ ແຂວງອັດຕະປື ຕາມລຳດັບ ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງທ່ານ ປອ. ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການເລືອກຕັ້ງແຂວງ (ຄລຂ) ຈຳປາສັກ ແລະ ທ່ານ ພົທ. ວັນທອງ ກອງມະນີ ເລຂາທິການສູນກາງພັກ, ປະທານຄະນະກຳມະການ ຄລຂ ອັດຕະປື ພ້ອມດ້ວຍບັນດາຄະນະກຳມະການ, ຫົວໜ້າ-ຮອງຫົວໜ້າອະນຸກຳມະການ ແລະ ກອງເລຂາຊ່ວຍວຽກ ຄລຂ ຈຳປາສັກ ແລະ ອັດຕະປື ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ. ອາລຸນໄຊ ສູນນະລາດ ລາຍງານໃຫ້ຮູ້ວ່າ: ແຂວງຈໍາປາສັກ ໄດ້ກຳນົດເອົາການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ເປັນວຽກງານຈຸດສຸມບຸລິມະສິດສູງສຸດໃນການກະກຽມຢ່າງຮີບຮ້ອນ ແລະ ມີແບບແຜນແຕ່ຫົວທີ ໂດຍການຫັນນິຕິກຳ ແລະ ເນື້ອໃນຈິດໃຈຂອງສູນກາງ ມາເປັນແຜນການເຄື່ອນໄຫວທີ່ລະອຽດ, ສ້າງບັນຍາກາດການເມືອງທີ່ຟົດຟື້ນ ແລະ ກວ້າງຂວາງ ຕາມແຜນດຳເນີນງານ 3 ໄລຍະ ແລະ 4 ບາດກ້າວ ຄື: ໄລຍະທີ 1 ດໍາເນີນບາດກ້າວທີ 1 ກະກຽມນິຕິກຳຮັບໃຊ້ການເລືອກຕັ້ງ, ໄລຍະທີ 2 ດຳເນີີນບາດກ້າວທີ 2 ຜັນຂະຫຍາຍ ແລະ ບາດກ້າວທີ 3 ຕິດຕາມກວດກາ, ໄລຍະທີ 3 ດຳເນີນບາດກ້າວທີ 4 ພາຍຫຼັງສຳເລັດການເລືອກຕັ້ງ.
ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຮອງປະທານ ຄລຂ ອັດຕະປື ລາຍງານໃຫ້ຮູ້ວ່າ: ແຂວງອັດຕະປື ປະກອບມີ 5 ເມືອງ, 140 ບ້ານ, ປະຊາກອນ 170,615 ຄົນ ຍິງ 84,800 ຄົນ (ສະຖິຕິປີ 2024) ແລະ ມີ 11 ຊົນເຜົ່າ; ໄດ້ກະກຽມປະກາດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈຳເຂດເລືອກຕັ້ງທີ 17 ຊຸດທີ X ແລະ ສສຂ ຊຸດທີ V; ສືບຕໍ່ເກັບກໍາສະຖິຕິຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວແຂວງ; ປະເມີນຄືນການກະກຽມອຸປະກອນຮັບໃຊ້ການເລືອກຕັ້ງໃຫ້ທັນຕາມກໍານົດເວລາ; ສືບຕໍ່ຈັດພິມ ແລະ ຜະລິດອຸປະກອນຮັບໃຊ້ຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງ ເປັນຕົ້ນ: ຫີບບັດ, ບັດລົງຄະແນນສຽງ, ປະຫວັດຜູ້ສະໝັກ, ໃບຢັ້ງຢືນຂອງຜູ້ມີສິດປ່ອນບັດເລືອກຕັ້ງ, ບັດຕິດເອິກຂອງອະນຸຮັບຜິດຊອບຕ່າງໆ ແລະ ອື່ນໆ; ສືບຕໍ່ຕິດຕາມ ແລະ ຊຸກຍູ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໃນການຈັດຕັ້ງເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານກ່ຽວກັບການເລືອກຕັ້ງໃຫ້ສໍາເລັດ; ຄົ້ນຄວ້າຂຶ້ນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ເພື່ອສະຫຼຸບຕີລາຄາວຽກງານໃນບາດກ້າວທີ 2 ແລະ ວາງແຜນການຈັດຕັ້ງປະຕິບັດວຽກງານໃນບາດກ້າວທີ 3 ແລະ 4 ໃຫ້ສໍາເລັດຕາມລະດັບຄາດໝາຍ.
ຈາກນັ້ນ, ກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງສ້າງສັນ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການກະກຽມການເລືອກຕັ້ງຄັ້ງນີ້ ທີ່ຈະຈັດຂຶ້ນໃນວັນອາທິດທີ 22 ກຸມພາ 2026 ມີຄວາມພ້ອມຮອບດ້ານ ແລະ ຮັບປະກັນການຈັດຕັ້ງປະຕິບັດໃຫ້ບັນລຸຄາດໝາຍ 4 ດ້ານຄື: 1. ນໍາພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2. ນໍາພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງຖືກຕ້ອງຕາມລະບຽບການ 100%, 3. ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%, 4. ນໍາພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກຳນົດເວລາ 100%.
(ນາງ ກຸກກິກ ບຸດດາໄຊ)

