(ສພຊ) – ວັນທີ 21 ມັງກອນຜ່ານມາ, ຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ) ແລະ ຄະນະກໍາມະການເລືອກຕັ້ງແຂວງ (ຄລຂ) ບໍ່ແກ້ວ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 5 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ແຂວງບໍ່ແກ້ວ ໂດຍແບ່ງອອກເປັນ 2 ຄະນະຄື: ຄະນະທີ 1 ນໍາໂດຍທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກໍາມະບານລາວ, ກໍາມະການ ຄລຊ, ກໍາມະການອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການ ໄດ້ລົງຕິດຕາມ, ຊຸກຍູ້ ຢູ່ເມືອງປາກທາ ແລະ ຄະນະທີ 2 ນໍາໂດຍທ່ານ ພົຕ. ປອ. ວົງສັກ ພັນທະວົງ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳມະການອະນຸກຳມະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ລົງຕິດຕາມ, ຊຸກຍູ້ ຢູ່ເມືອງຕົ້ນເຜີ້ງ ເຊິ່ງໄດ້ຮັບຟັງການລາຍງານຄວາມຄືບໜ້າ ແລະ ປຶກສາຫາລືແລກປ່ຽນເຖິງບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ເພື່ອກະກຽມຄວາມພ້ອມດ້ານຕ່າງໆ ຮັບປະກັນເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດບັນລຸຜົນຕາມລະດັບຄາດໝາຍ ພ້ອມທັງຮັບປະກັນ 4 ຄາດໝາຍໃຫຍ່ຄື: ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄປໃຊ້ສິດຄົບຖ້ວນ 100%, ຮັບປະກັນການໃຊ້ສິດມີຄວາມຖືກຕ້ອງ 100%, ຮັບປະກັນຄວາມສະຫງົບປອດໄພ 100% ແລະ ຮັບປະກັນຄວາມໂປ່ງໃສ 100%.

ທ່ານ ຈອມສີ ລັດຕະນະປັນ ປະທານສະພາປະຊາຊົນແຂວງ, ຮອງຫົວໜ້າ ຄລຂ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ແຂວງບໍ່ແກ້ວ ໄດ້ສໍາເລັດຫຼາຍໜ້າວຽກໃນການຈັດຕັ້ງປະຕິບັດວຽກງານໃນບາດກ້າວທີ 1 ແລະ 2 ແລະ ການຄົ້ນຄວ້າບຸກຄະລາກອນຜູ້ທີ່ມີເງື່ອນໄຂມາດຕະຖານເພື່ອອອກສະໝັກຮັບເລືອກຕັ້ງເປັນ ສສຊ ປະຈຳເຂດເລືອກຕັ້ງທີ 5 ຈໍານວນ 8 ທ່ານ ແລະ ເປົ້າໝາຍອອກສະໝັກຮັບເລືອກຕັ້ງເປັນ ສສຂ ຈໍານວນ 35 ທ່ານ, ທົ່ວແຂວງມີ 190 ໜ່ວຍປ່ອນບັດ, ມີ 267 ຫີບປ່ອນບັດ ແລະ 24 ຫີບປ່ອນບັດເຄື່ອນທີ່.

ໂອກາດນີ້, ຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ຮຽກຮ້ອງໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ກໍຄືຄະນະກໍາມະການເລືອກຕັ້ງແຕ່ລະເມືອງ ສືບຕໍ່ເພີ່ມທະວີຄວາມເປັນເຈົ້າການຈັດຕັ້ງປະຕິບັດວຽກງານໃນບາດກ້າວຕໍ່ໄປ ເປັນຕົ້ນ: ເອົາໃຈໃສ່ປະສານສົມທົບລະຫວ່າງຂັ້ນແຂວງກັບຂັ້ນເມືອງ ໃຫ້ມີຄວາມກົມກຽວຂຶ້ນຕື່ມ ເພື່ອຈັດຕັ້ງປະຕິບັດວຽກງານໃນບາດກ້າວທີ 3 ໃຫ້ສໍາເລັດ 100%; ວຽກງານໂຄສະນາ ແລະ ປຸກລະດົມ ໃຫ້ສ້າງຂະບວນການໃຫ້ມີຄວາມຟົດຟື້ນກວ້າງຂວາງທົ່ວສັງຄົມ ເພື່ອຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ໄດ້ໄປໃຊ້ສິດປ່ອນບັດຄົບຕາມຈໍານວນ, ມີຄວາມຖືກຕ້ອງຕາມກົດໝາຍ, ຂັ້ນຕອນ ແລະ ວິທີການທີ່ກໍານົດ; ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ; ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນທົ່ວສັງຄົມ ໃຫ້ມີຄວາມປອດໄພຮ້ອຍສ່ວນຮ້ອຍ ລວມທັງການກະກຽມສະຖານທີ່ປ່ອນບັດ, ການເກັບກໍາຈໍານວນສະຖິຕິຜູ້ມີສິດປ່ອນບັດ ແລະ ກໍານົດການປ່ອນບັດຂອງສອງກໍາລັງ, ດ້ານການຄຸ້ມຄອງ-ນໍາໃຊ້ງົບປະມານ ແລະ ວຽກງານອື່ນປິ່ນອ້ອມ.


