ຕິດຕາມ, ຊຸກຍູ້ ການກະກຽມເລືອກຕັ້ງຢູ່ແຂວງບໍລິຄໍາໄຊ

ມ.ກ. 22, 2026

(ສພຊ) – ເພື່ອຕິດຕາມ, ຊຸກຍູ້ ການກະກຽມວຽກງານດ້ານຕ່າງໆ ໃນການຮັບໃຊ້ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃຫ້ສຳເລັດຕາມແຜນການທີ່ກຳນົດ ທັງເກັບກໍາຄໍາສະເໜີ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ຂັ້ນເມືອງ ໃນການຈັດຕັ້ງປະຕິບັດມະຕິ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການ ຂອງຂັ້ນເທິງ ເພື່ອລາຍງານຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ); ວັນທີ 19-22 ມັງກອນນີ້, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກຳມະການອະນຸກໍາມະການໂຄງປະກອບ ແລະ ບຸກຄະລາກອນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ການເລືອກຕັ້ງ ສສຊ ປະຈຳເຂດເລືອກຕັ້ງທີ 11 ຊຸດທີ X ແລະ ສສຂ ຊຸດທີ V ຢູ່ແຂວງບໍລິຄໍາໄຊ ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງທ່ານ ປອ. ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ (ຄລຂ), ບັນດາທ່ານໃນຄະນະກໍາມະການເລືອກຕັ້ງຂັ້ນເມືອງ (ຄລມ) ຈາກ 6 ເມືອງ: ປາກຊັນ, ທ່າພະບາດ, ປາກກະດິງ, ວຽງທອງ, ຄໍາເກີດ ແລະ ໄຊຈໍາພອນ ພ້ອມດ້ວຍອະນຸກໍາມະການ ແລະ ກອງເລຂາຊ່ວຍວຽກຂອງ ຄລຂ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ. ສອນທະນູ ທໍາມະວົງ ໄດ້ລາຍງານການກະກຽມວຽກງານຢ່າງຮອບດ້ານຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ; ນອກນີ້, ກໍໄດ້ຮັບຟັງການລາຍງານຂອງບັນດາອະນຸກໍາມະການຂອງ ຄລຂ ແລະ ການລາຍງານຂອງບັນດາທ່ານປະ ທານຄະນະກໍາມະການເລືອກຕັ້ງຂັ້ນເມືອງ ກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງຄັ້ງນິ້ ທີ່ຈະຈັດຂຶ້ນໃນວັນທີ 22 ກຸມພາທີ່ຈະມາເຖິງ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄໍາເຫັນ ເພື່ອປຶກສາຫາລືແລກປ່ຽນເຖິງບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ຮັບປະກັນເຮັດໃຫ້ບັ້ນເລືອກຕັ້ງໄດ້ຮັບການຈັດຕັ້ງປະຕິບັດບັນລຸຜົນຕາມລະດັບຄາດໝາຍ ພ້ອມທັງຮັບປະກັນ 4 ຄາດໝາຍໃຫຍ່ຄື: ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄປໃຊ້ສິດຄົບຖ້ວນ 100%, ຮັບປະກັນການໃຊ້ສິດມີຄວາມຖືກຕ້ອງ 100%, ຮັບປະກັນຄວາມສະຫງົບຄວາມປອດໄພ 100% ແລະ ຮັບປະກັນຄວາມໂປ່ງໃສ 100%.
ທ່ານ ນາງ ປິ່ງຄໍາ ລາຊະສິມມາ ໄດ້ມີຄຳເຫັນເນັ້ນໜັ້ກໃຫ້ເອົາໃຈໃສ່ການຄົ້ນຄວ້າ, ຄັດເລືອກເອົາຜູ້ສະໝັກຮັບເລືອກຕັ້ງຕາມທີ່ກໍານົດໃນກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍສົມທົບກັບທຸກພາກສ່ວນກ່ຽວຂ້ອງ ເພື່ອໃຫ້ຮັບປະກັນໂຄງປະກອບດ້ານເພດ, ເຜົ່າ, ຮຸ່ນໜຸ່ມ, ຮຸ່ນກາງ, ຮຸ່ນອາວຸໂສ ໃນອັດຕາສ່ວນທີ່ເໝາະສົມ, ໃຫ້ມີເພດຍິງອອກສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ສະເລ່ຍລວມຢ່າງໜ້ອຍບໍ່ໃຫ້ຫຼຸດ 35% ຂອງຈໍານວນຜູ້ສະໝັກຮັບເລືອກຕັ້ງທັງໝົດໃນເຂດເລືອກຕັ້ງຂອງຕົນ ແລະ ຮັບປະກັນເລືອກຕັ້ງໃຫ້ໄດ້ຜູ້ແທນທີ່ເປັນເພດຍິງ ສະເລ່ຍບໍ່ໃຫ້ຫຼຸດ 30% ຂອງຈໍານວນ ສສຊ ແລະ ສສຂ; ໃຫ້ຄະນະກໍາມະການເລືອກຕັ້ງແຂວງບໍລິຄໍາໄຊ ກໍຄືຂັ້ນເມືອງ ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍຄໍາແນະນໍາສະບັບເລກທີ 16/ຄລຊ, ລົງວັນທີ 12 ມັງກອນ 2026 ກ່ຽວກັບການຈັດຕັ້ງການໂຄສະນາຫາສຽງ ແລະ ການຕິດຮູບ-ປະຫວັດຫຍໍ້ຂອງຜູ້ສະໝັກຮັບເລືອກຕັ້ງ; ເອົາໃຈໃສ່ວຽກງານສຶກສາອົບຮົມປະຊາຊົນບັນດາເຜົ່າ ໃຫ້ຕື່ນຕົວເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີການປະສານງານຢ່າງກົມກຽວ, ມີມາດຕະການທີ່ສອດຄ່ອງ ເພື່ອແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນໃຫ້ທັນການ ແລະ ເດັດຂາດ; ສືບຕໍ່ຂຶ້ນບັນຊີຈໍານວນໜ່ວຍປ່ອນບັດເລືອກຕັ້ງ, ເກັບກໍາຈໍານວນຫີບບັດ, ພິມຮູບ ແລະ ຊີວະປະຫວັດຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ, ການພິມບັດລົງຄະແນນສຽງ, ກວດກາຕາປະທັບ ແລະ ອື່ນໆ ແລ້ວສົ່ງໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດ.
ໃນວັນທີ 20 ມັງກອນ, ຄະນະຈາກສູນກາງ ແລະ ຄະນະກຳມະການເລືອກຕັ້ງແຂວງບໍລິຄໍາໄຊ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານການເລືອກຕັ້ງຢູ່ຂັ້ນເມືອງ ເພື່ອຮັບຟັງລາຍງານການກະກຽມ ແລະ ດຳເນີນການເລືອກຕັ້ງ ຈາກ ຄລມ ເຊິ່ງໄດ້ແບ່ງອອກເປັນ 2 ຄະນະຄື: ທ່ານ ບຸນຕາ ເທບພະວົງ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການວັດທະນະທໍາ-ສັງຄົມ, ກໍາມະການອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການ ລົງຕິດຕາມ, ຊຸກຍູ້ ຢູ່ເມືອງວຽງທອງ; ທ່ານ ສິງຄໍາ ວົງພະຈັນ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ກໍາມະການອະນຸກໍາມະການໂຄງປະກອບ ແລະ ບຸກຄະລາກອນ ລົງຕິດຕາມ, ຊຸກຍູ້ ຢູ່ເມືອງຄໍາເກີດ.
(ນາງ ອານິຕາ ມ່ວນສະຫວັດ)