

ວັນທີ 20 ມັງກອນ 2026 ນີ້, ຄະນະກໍາມະການເລືອກຕັ້ງລະດັບຊາດ, ນໍາໂດຍ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການເງີນ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ, ມີທ່ານ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການກະກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງອັດຕະປື ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ເລຂາພັກແຂວງ ປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລະ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍບັນດາທ່ານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າອະນຸກຳມະການ ແລະ ກອງເລຂາຊ່ວຍວຽກຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເຂົ້າຮ່ວມ;
ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ລາຍງານບາດກ້າວທີ 1 ໃນການກະກຽມເຄື່ອນໄຫວວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ແລະ ແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າ ຂອງຄະນະກໍາມະການເລືອກຕັ້ງຂອງແຂວງອັດຕະປື ເຊິ່ງທ່ານໃຫ້ຮູ້ວ່າ: ໃນການຈັດຕັ້ງປະຕິບັດວຽກງານບາດກ້າວທີ 1 ໄດ້ປະກາດແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ສ້າງແຜນການດໍາເນີນງານ, ຈັດກອງປະຊຸມຄັ້ງປະຖົມມະລຶກ ແລະ ກອງປະຊຸມຝຶກອົບຮົມເຜີຍແຜ່ ແລະ ເຊື່ອມຊຶມ ບັນດາເອກະສານບັ້ນເລືອກຕັ້ງ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ແລະ ເມືອງ, ສໍາລັບແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າກໍ່ຄືບາດກ້າວທີ 2 ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຈະໄດ້ສືບຕໍ່ສຸມໃສ່ ຕິດຕາມ, ຊຸກຍູ້ ບັນດາອະນຸກໍາມະການ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງແຕ່ຫົວທີ, ກະກຽມປະກາດຈໍານວນຜູ້ສະຫມັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາສະພາປະຊາຊົນຂັ້ນແຂວງ ຊຸດທີ V; ເກັບກໍາສະຖິຕິຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວແຂວງ; ເກັບກໍາ ແລະ ປະເມີນຄືນການກະກຽມອຸປະກອນຮັບໃຊ້ການເລືອກຕັ້ງໃຫ້ທັນຕາມກໍານົດເວລາ; ຈັດພິມ ແລະ ຜະລິດອຸປະກອນຮັບໃຊ້ຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງເປັນຕົ້ນ: ຫີບບັດ, ບັດລົງຄະແນນສຽງ; ປະຫວັດຜູ້ສະໝັກ, ໃບຢັ້ງຢືນຂອງຜູ້ມີສິດປ່ອນບັດເລືອກຕັ້ງ, ບັດຕິດເອິກ ຂອງອະນຸຮັບຜິດຊອບຕ່າງໆ ແລະ ອື່ນໆ; ຕິດຕາມ ແລະ ຊຸກຍູ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງໃນການຈັດຕັ້ງເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານກ່ຽວພັນກັບການເລືອກຕັ້ງໃຫ້ສໍາເລັດ; ຄົ້ນຄວ້າຂຶ້ນບັນຊີລາຍຊື່ຜູ້ສະຫມັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາສະພາປະຊາຊົນຂັ້ນແຂວງ ຊຸດທີ V; ກະກຽມ ແລະ ດໍາເນີນກອງປະຊຸມ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອສະຫຼຸບຕີລາຄາວຽກງານໃນບາດກ້າວທີ 2 ແລະ ວາງແຜນການຈັດຕັ້ງປະຕິບັດວຽກງານໃນບາດກ້າວທີ 3 ແລະ 4 ໃຫ້ສໍາເລັດຕາມລະດັບຄາດໝາຍ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ມີການປະກອບຄໍາເຫັນ, ປຶກສາຫາລືແລກປ່ຽນເຖິງບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮັບປະກັນເຮັດໃຫ້ບັ້ນເລືອກຕັ້ງໃນຄັ້ງນີ້ບັນລຸຜົນສໍາເລັດ ຕາມ 4 ຄາດໝາຍຄື: 1 ນໍາພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2 ນໍາພາຜູ້ມີສິດເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, 3 ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ຄວາມປອດໄພ 100% ແລະ 4 ນໍາພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານັດເວລາ 100%. ນອກຈາກນີ້, ຄະນະກໍາມະການເລືອກຕັ້ງລະດັບຊາດ ຍັງໄດ້ລົງຕິດຕາມຊຸກຍູ້ວຽກງານການເລືອກຕັ້ງຢູ່ເມືອງຊານໄຊ, ເພື່ອຮັບຟັງການກະກຽມຮອບດ້ານໃຫ້ແກ່ການເລືອກຕັ້ງຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ.
ໃນການເຄື່ອນໄຫວຄັ້ງນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ມີບາງຄໍາເຫັນສະເໜີໃຫ້ຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ຄະນະກຳມະການເລືອກຕັ້ງຂັ້ນເມືອງສືບຕໍ່ເອົາໃຈໃສ່ຜັນຂະຫຍາຍເນື້ອໃນຈິດໃຈຜົນສໍາເລັດກອງຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ XII. ກໍ່ຄືກອງປະຊຸມໃຫຍ່ອົງຄະນະພັກແຂວງອັດຕະປື ຄັ້ງທີ XII ໃຫ້ເປັນຂະບວນການເພື່ອຂໍ່ານັບຮັບຕ້ອນໃຫ້ແກ່ການເລືອກຕັ້ງ, ສືບຕໍ່ຮີບຮ້ອນເອົາໃຈໃສ່ວຽກງານການເລືອກຕັ້ງໃນດ້ານຕ່າງໆໃຫ້ທັນຕາມກໍານົດເວລາ, ສຸມໃສ່ໂຄສະນາປຸກລະດົມປະຊາຊົນລາວບັນດາເຜົ່າເຂົ້າຮ່ວມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ເປັນຂະບວນການຟົດຟື້ນ ຖືເອົາການເລືອກຕັ້ງເປັນຄືກັບປາງບຸນໃຫຍ່, ມີຄວາມເບີກບານມ່ວນຊື່ນ ຖືກຕ້ອງຕາມກົດໝາຍ ເຮັດໃຫ້ການເລືອກຕັ້ງບັນລຸຜົນສໍາເລັດ ແລະ ຮັບປະກັນຕາມ 4 ຄາດໝາຍທີ່ວາງໄວ້.
(ວິນັດ ສີສຸລາດ)

