ສິດພື້ນຖານຂອງພົນລະເມືອງລາວ ໃນການເລືອກຕັ້ງເອົາຜູ້ແທນປະຊາຊົນ

ມ.ກ. 19, 2026

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຈະມາເຖິງນີ້ ແມ່ນການເລືອກຕັ້ງທີ່ດໍາເນີນຂຶ້ນຢ່າງເປັນປະຊາທິປະໄຕ ໂດຍມີພັກປະຊາຊົນປະຕິວັດລາວ ເປັນແກນນຳ ເພື່ອເລືອກຕັ້ງບັນດາຜູ້ແທນປະຊາຊົນ ເຂົ້າໄປຈັດຕັ້ງປະຕິບັດໜ້າທີ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ຜົນຂອງການເລືອກຕັ້ງ ຈະສະທ້ອນເຖິງຈິດໃຈອັນເປັນເອກະພາບຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນການຮັບປະກັນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງ, ແຜນນະໂຍບາຍ ຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍ ຂອງລັດ. ພັກ ແລະ ລັດ ຖືເປັນໜ້າທີ່ອັນສຳຄັນໃນການຊີ້ນຳ, ຊຸກຍູ້ ແລະ ຈັດຕັ້ງການເລືອກຕັ້ງໃຫ້ດຳເນີນໄປຢ່າງສະຫງົບສຸກ, ມີປະສິດທິຜົນ ແລະ ຖືກຕ້ອງຕາມກົດໝາຍ ແລະ ນິຕິກໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ.
ຕາມມາດຕາ 37 ຂອງລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປັບປຸງປີ 2025 ກໍານົດວ່າ: “ພົນລະເມືອງລາວ ຜູ້ມີອາຍຸແຕ່ສິບແປດປີຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸແຕ່ຊາວເອັດປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ, ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ຖືກສານຕັດສິນລົງໂທດຕັດອິດສະລະພາບ, ປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ”
ຕາມມາດຕາ 7 ແລະ 8 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024 ກໍານົດວ່າ: “ຜູ້ມີສິດເລືອກຕັ້ງສະມາຊິກສະພາ ແມ່ນພົນລະເມືອງລາວທີ່ມີອາຍຸສິບແປດປີຂຶ້ນໄປ. ສໍາລັບພົນລະເມືອງທີ່ໄດ້ຮັບສັນຊາດລາວ ຕາມກົດໝາຍວ່າດ້ວຍສັນຊາດລາວນັ້ນ ຕ້ອງໃຫ້ມີສຳມະໂນຄົວ ຫຼື ບັດປະຈໍາຕົວ. ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາ ແມ່ນພົນລະເມືອງລາວໂດຍກຳເນີດ ທີ່ມີອາຍຸຊາວເອັດປີຂຶ້ນໄປ ແລະ ມີມາດຕະຖານຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 12 ຂອງກົດໝາຍສະບັບນີ້.”
❖ ຄັດຈາກ: ລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປັບປຸງປີ 2025 ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024.