ກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີV ແຂວງຫລວງນ້ຳທາ

ມ.ກ. 16, 2026

ໃນຕອນເຊົ້າວັນທີ 15 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມຄະນະກຳມະການເລືອກຕັ້ງຂັ້ນແຂວງເພື່ອກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X(ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີV(ສສຂ) ພາຍໃຕ້ການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງແຂວງຫລວງນ້ຳທາ, ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ມີຄະນະຮອງປະທານກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາຫົວໜ້າອະນຸກຳມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງວຽກງານເລືອກຕັ້ງເຂົ້າຮ່ວມຢ່າງພ້ອມພຽງກ.

ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນບາດກ້າວທີ1 ແລະ ທິດທາງແຜນການໃນບາດກ້າວທີ2 ເຊີ່ງຜ່ານການຈັດຕັ້ງປະຕິບັດເລີ່ມແຕ່ຕົ້ນເດືອນທັນວາ 2025 ເຖິງປັດຈຸບັນແມ່ນມີຜົສໍາເລັດຫລາຍດ້ານ ເພື່ອກະກຽມໃຫ້ແກ່ບັ້ນເລືອກຕັ້ງ ສສຊ ຊຸດທີX ແລະ ສສຂ ຊຸດທີV ໃຫ້ທວງທັນກັບເວລາທີ່ກຳນົດໄວ້ ແລະ ໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຂອງອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ, ອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະງົບ ແລະ ອະນຸກຳມະການບໍລິຫານ, ພິທີການ ແລະ ງົບປະມານ ພ້ອມດຽວກັນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນປະກອບຄໍາຄິດເຫັນຕໍ່ກັບການກະກຽມການເລືອກຕັ້ງຂັ້ນແຂວງຢ່າງມີຈຸດສຸມ ທັງນີ້ເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.