(ສພຊ) – ວັນທີ 13-16 ມັງກອນນີ້, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ), ຫົວໜ້າອະນຸກຳມະການເລຂານຸການ ແລະ ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ຮອງປະ ທານສູນກາງແນວລາວສ້າງຊາດ, ກຳມະການ ຄລຊ, ກຳມະການອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງຄຳມ່ວນ ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງທ່ານ ວັນໄຊ ພອງສະຫວັນ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການເລືອກຕັ້ງແຂວງ (ຄລຂ) ຄຳມ່ວນ ພ້ອມດ້ວຍບັນດາຄະນະກຳມະການ, ຫົວໜ້າ-ຮອງຫົວໜ້າອະນຸກຳມະການ ແລະ ກອງເລຂາຊ່ວຍວຽກ ຄລຂ ຄຳມ່ວນ ເຂົ້າຮ່ວມຢ່າງພ້ອມພຽງ; ຈຸດປະສົງກໍເພື່ອຕິດຕາມ, ຊຸກຍູ້ການກະກຽມວຽກງານດ້ານຕ່າງໆ ໃນການຮັບໃຊ້ວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ພາຍໃນແຂວງຄໍາມ່ວນ ໃຫ້ສຳເລັດຕາມແຜນການທີ່ກຳນົດ ທັງເກັບກໍາຄໍາສະເໜີ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ຂັ້ນເມືອງ ໃນການຈັດຕັ້ງປະຕິບັດມະຕິ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການ ຂອງຂັ້ນເທິງ ເພື່ອລາຍງານຄະນະກຳມະການເລືອກຕັ້ງລະດັບຊາດ.
ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງແຂວງຄໍາມ່ວນ ໄດ້ລາຍງານການເຄື່ອນໄຫວວຽກງານບາດກ້າວທີ I ແລະ ແຜນການເຄື່ອນໄຫວວຽກງານບາດກ້າວທີ II ຂອງ ຄລຂ ຄໍາມ່ວນ ເຊິ່ງທ່ານໃຫ້ຮູ້ວ່າ: ໃນການຈັດຕັ້ງປະຕິບັດວຽກງານບາດກ້າວທີ I ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໄດ້ສໍາເລັດການສ້າງແຜນກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V; ປະກາດການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ. ສໍາລັບແຜນການເຄື່ອນໄຫວວຽກງານບາດກ້າວທີ II ໃຫ້ສໍາເລັດໃນອາທິດທີ 2 ຂອງເດືອນມັງກອນນີ້ ເປັນຕົ້ນ: ການກະກຽມ ແລະ ດຳເນີນກອງປະຊຸມຂອງ ຄລຂ ເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານບາດກ້າວທີ I ແລະ ວາງແຜນຈັດຕັ້ງປະຕິບັດວຽກງານບາດກ້າວທີ II, ປະກາດວັນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ກຳນົດວັນປະກາດໃຫ້ສອດຄ່ອງຕາມມາດຕາ 33 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ປະກາດຈຳນວນຜູ້ສະໝັກຮັບເລືອກຕັ້ງ ແລະ ຈຳນວນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V; ສືບຕໍ່ປະສານສົມທົບຄະນະກຳມະການເລືອກຕັ້ງຂັ້ນເມືອງ (ຄລມ) ເພື່ອເກັບກໍາ ແລະ ສັງລວມສະຖິຕິຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງທົ່ວແຂວງ; ຄົ້ນຄວ້າ, ຈັດສັນແບ່ງປັນ, ສະໜອງງົບປະມານ ແລະ ອຸປະກອນຮັບໃຊ້ໃນການເລືອກຕັ້ງ ໃຫ້ແກ່ ຄລມ; ພ້ອມທັງຕິດຕາມ, ຊຸກຍູ້ ແລະ ແນະນໍາການຈັດສັນແບ່ງປັນ ໃຫ້ທັນຕາມກຳນົດເວລາ; ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ຈັດຕັ້ງການເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານສໍາຄັນທີ່ກ່ຽວພັນກັບການເລືອກຕັ້ງ ໃຫ້ສໍາເລັດໃນທ້າຍເດືອນມັງກອນ 2026; ຊີ້ນຳ ຄລມ ຄົ້ນຄວ້າຂຶ້ນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ຊຸດທີ V ຕາມຄວາມຮັບຜິດຊອບຂອງຕົນ. ຈາກນັ້ນ, ໄດ້ມີການປະກອບຄໍາເຫັນ ເພື່ອປຶກສາຫາລືແລກປ່ຽນເຖິງບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ຮັບປະກັນເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ບັນລຸຜົນຕາມລະດັບຄາດໝາຍ.
ພ້ອມດຽວກັນ, ເພື່ອຮັບຟັງການກະກຽມໃຫ້ແກ່ການເລືອກຕັ້ງຈາກຄະນະກຳມະການເລືອກຕັ້ງຂັ້ນເມືອງ, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ຍັງໄດ້ລົງຊຸກຍູ້ວຽກງານການເລືອກຕັ້ງຢູ່ເມືອງທ່າແຂກ, ເມືອງໜອງບົກ ແລະ ເມືອງຫີນບູນ; ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ກຳມະການອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ໄດ້ລົງຊຸກຍູ້ວຽກງານເລືອກຕັ້ງຢູ່ເມືອງນາກາຍ, ເມືອງຍົມມະລາດ ແລະ ເມືອງມະຫາໄຊ; ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ, ກຳມະການອະນຸກຳມະການເລຂານຸການ ໄດ້ລົງຊຸກຍູ້ວຽກງານເລືອກຕັ້ງຢູ່ເມືອງໄຊບົວທອງ ແລະ ເມືອງບົວລະພາ.
(ນາງ ກຸກກິກ ບຸດດາໄຊ)

