ຈັດກອງປະຊຸມສໍາມະນາກ່ຽວກັບການສົ່ງເສີມບົດບາດແມ່ຍິງໃນເວທີການເມືອງ

ມ.ກ. 15, 2026

(ສພຊ) – ກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ “ການສົ່ງເສີມບົດບາດແມ່ຍິງໃນເວທີການເມືອງ ໃຫ້ແກ່ສະມາຊິກສະພາແຫ່ງຊາດເພດຍິງ” ໄດ້ຈັດຂຶ້ນໃນວັນທີ 12-13 ມັງກອນ 2026 ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກໍາມະການສູນກາງພັກ, ປະທານກໍາມາທິການຍຸຕິທໍາ ທັງເປັນປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ; ເປັນກຽດເຂົ້າຮ່ວມຍັງມີທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ), ທ່ານ ນາງ ມາຕິນ ເທເຣີ (Martine Therer) ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາ ສປປລາວ, ສສຊ ເພດຍິງ ປະຈໍາ 18 ເຂດເລືອກຕັ້ງທົ່ວປະເທດ, ຄະນະກົມ-ພະແນກເພດຍິງພາຍໃນ ສພຊ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງກອງປະຊຸມສໍາມະນາຄັ້ງນີ້ ແມ່ນການສະຫຼຸບຕີລາຄາການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX ຕະຫຼອດ 5 ປີຜ່ານມາ, ວາງແຜນການເຄື່ອນໄຫວ 5 ປີຕໍ່ໜ້າ, ຟັງການລາຍງານການເຄື່ອນໄຫວຂອງຄະນະ ສສຊ ເພດຍິງ ໃນເວທີພາກພື້ນ ແລະ ສາກົນ, ຟັງບົດຮຽນຂອງສາກົນໃນການກະກຽມໃຫ້ແກ່ເພດຍິງ ໃນການມີສ່ວນຮ່ວມໃນເວທີການເມືອງ.
ໃນກອງປະຊຸມສໍາມະນາຄັ້ງນີ້, ປະທານກອງປະຊຸມໄດ້ລາຍງານການເຄື່ອນໄຫວຕ່າງປະເທດຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ໃນໄລຍະທີ່ສະພາແຫ່ງຊາດລາວ ເປັນປະທານໄອປາ ຄັ້ງທີ 45 ໃນປີ 2024, ການເຄື່ອນໄຫວໃນເວທີໄອປາ ຕະຫຼອດ 5 ປີຜ່ານມາ, ສະເໜີບົດສະຫຼຸບ 5 ປີຜ່ານມາ ແລະ ແຜນການ 5 ປີຕໍ່ໜ້າ (2026-2030) ທັງມີການຖອດຖອນບົດຮຽນເພື່ອກະກຽມຄວາມພ້ອມໃຫ້ແກ່ເພດຍິງ ສູ່ການມີສ່ວນຮ່ວມທາງການເມືອງ ໂດຍສະເພາະແມ່ນການລົງສະໝັກ ແລະ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ເພື່ອໃຫ້ເພດຍິງມີຈໍານວນເພີ່ມຂຶ້ນບັນລຸຄາດໝາຍ ສສຊ ເພດຍິງ ໃຫ້ໄດ້ 30%.
ກອງປະຊຸມສໍາມະນາຄັ້ງນີ້ ໄດ້ຮັບຟັງການໂອ້ລົມຈາກທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການມີສ່ວນຮ່ວມຂອງສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX ຕະຫຼອດໄລຍະ 5 ປີຜ່ານມາ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການເປັນຕົວແທນເພດຍິງໃນເວທີການເມືອງຢູ່ພາຍໃນ ແລະ ພາກພື້ນ ໄດ້ເປັນຢ່າງດີ, ເວທີໄວປາ (ສະມາຊິກລັດຖະສະພາເພດຍິງບັນດາປະເທດອາຊຽນ); ພິເສດແມ່ນການເປັນເຈົ້າພາບຈັດກອງປະຊຸມໄອປາ ທີ່ ສປປລາວ ປີ 2024 ດ້ວຍຜົນສໍາເລັດຈົບງາມ ແລະ ໃນປີ 2025, ສະມາຊິກສະພາແຫ່ງຊາດເພດຍິງ ໄດ້ມີມະຕິສະເໜີຕໍ່ກອງປະຊຸມໄອປາ ຄັ້ງທີ 46 ທີ່ຈັດຂຶ້ນທີ່ປະເທດມາເລເຊຍ ໃນເດືອນຕຸລາ 2025 ທີ່ຜ່ານມາ ທັງໝົດນີ້ ເຮັດໃຫ້ບົດບາດຂອງແມ່ຍິງລາວ ນັບມື້ສູງເດັ່ນຂຶ້ນໃນເວທີຂອງພາກພື້ນ ແລະ ສາກົນ.
ທ່ານຮອງປະທານແຫ່ງຊາດ ຍັງໄດ້ເນັ້ນຕື່ມບາງບັນຫາເຊັ່ນ: ການຊຸກຍູ້ໃຫ້ເອື້ອຍນ້ອງເພດຍິງ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຕ່ລະທ້ອງຖິ່ນ ກໍຄືຂອງຊາດ ເພື່ອແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທໍາໃຫ້ແມ່ຍິງ, ສ້າງເງື່ອນໄຂໃຫ້ແມ່ຍິງ ໄດ້ມີສ່ວນຮ່ວມຢ່າງເທົ່າທຽມກັບເພດຊາຍ, ໄດ້ມີສ່ວນຮ່ວມໃນການຕັດສິນບັນຫາສໍາຄັນຂອງຊາດ; ສູ້ຊົນໃຫ້ແມ່ຍິງ ໄດ້ລົງສະໝັກຮັບເລືອກຕັ້ງໃຫ້ໄດ້ 35% ຂອງຈໍານວນຜູ້ລົງສະໝັກ ເພື່ອຮັບປະກັນໃຫ້ຈໍານວນຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທີ່ເປັນເພດຍິງ ບັນລຸ 30% ຂອງຈໍານວນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ເຂົ້າຮ່ວມ ແລະ ສ້າງຂະບວນການສຶກສາອົບຮົມ, ປຸກລະດົມແມ່ຍິງໃນທຸກສາຂາອາຊີບ ຢູ່ສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມການປະຕິບັດແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດ; ເອົາໃຈໃສ່ພັດທະນາຕົນເອງໃນແຕ່ລະດ້ານ ໃນເງື່ອນໄຂທີ່ພວກເຮົາມີການເຊື່ອມໂຍງກັບສາກົນ ເປັນຕົ້ນ: ຄວາມຮຸ້ພາສາຕ່າງປະເທດ, ກົດໝາຍສາກົນ, ໄອທີ ເຊິ່ງເປັນຄວາມຮູ້ພື້ນຖານໃນການເຄື່ອນໄຫວວຽກງານການຕ່າງປະເທດ ໂດຍສະເພາະແມ່ນການສ້າງໃຫ້ມີຄວາມຮູ້ດ້ານດິຈິຕອນ ຕາມທິດສ້າງສັງຄົມດິຈິຕອນ, ເສດຖະກິດດິຈິຕອນ ແລະ ອື່ນໆ ແລະ ໃນເງື່ອນໄຂທີ່ສະພາແຫ່ງຊາດຢູ່ໃນໄລຍະປັບປຸງກົງຈັກການຈັດຕັ້ງຂອງຕົນ, ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ບໍ່ຄອນແຄນ, ປະຕິບັດຕາມທິດປັບປຸງກົງຈັກໃຫ້ກະທັດຮັດ, ມີປະສິດທິຜົນ, ໂລ່ງລ່ຽນ, ມີຂຶ້ນມີລົງ, ມີເຂົ້າມີອອກ ເຊິ່ງບໍ່ຕ່າງຫຍັງກັບການປັບປຸງກົງຈັກໃນລັດຖະບານຜ່ານມາແລ້ວ.
ກອງປະຊຸມສໍາມະນາຄັ້ງນີ້ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຂອງບັນດາ ສສຊ ເພດຍິງ ທີ່ເຂົ້າຮ່ວມກອງປະຊຸມ ໃນບັນຍາກາດຟົດຟື້ນກົງໄປກົງມາ.
(ສອນສັກ ວັນວິໄຊ)