(ສພຊ) – ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 9 ມັງກອນ 2026 ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ ສົມບູນ ແລະ ສໍາຮອງ, ການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍານະຄອນຫຼວງວຽງຈັນ, ພະນັກງານ, ທະຫານ, ຕຳຫຼວດ, ພະເຖຣານຸເຖຣະ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ ພ້ອມດ້ວຍການນໍາບັນດາແຂວງໃນຂອບເຂດທົ່ວປະເທດ ທີ່ຮັບຊົມຜ່ານທາງຖ່າຍທອດສົດ.
ໃນພິທີ, ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ກ່າວປາໄສໃນພິທີໂຮມຊຸມນຸມຄັ້ງນີ້ ວ່າ: ມື້ນີ້ ອົງຄະນະພັກ, ອົງການປົກຄອງ ແລະ ຊາວນະຄອນຫຼວງວຽງຈັນ ໄດ້ຕາງໜ້າປະຊາຊົນລາວໃນທົ່ວປະເທດ ມີຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບກຽດຕາງໜ້າການນໍາພັກ-ລັດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເປັນເຈົ້າພາບຈັດງານໂຮມຊຸມນຸມໃຫຍ່ ເພື່ອຊົມເຊີຍຜົນສໍາເລັດອັນສະຫງ່າງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຊິ່ງເປັນຜູ້ຈັດຕັ້ງນໍາພາທຸກໄຊຊະນະຂອງການປະຕິວັດລາວ, ຖືໂອກາດນີ້ ພວກເຮົາພ້ອມກັນຂໍ່ານັບຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງສຸດອົກສຸດໃຈ. ໃນພິທີອັນມີຄວາມໝາຍນີ້, ພວກເຮົາສະແດງຄວາມອາໄລຮັກ ແລະ ຄວາມຮູ້ບຸນຄຸນຢ່າງໃຫຍ່ຫຼວງ ເຖິງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ, ຜູ້ນໍາພາກໍ່ຕັ້ງ ແລະ ນໍາພາພັກເຮົາ ເຮັດສໍາເລັດພາລະກິດປະຫວັດສາດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະ ນໍາພາລິເລີ່ມພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຢູ່ປະເທດເຮົາ; ພວກເຮົາຂໍຈົດຈໍາຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງເພິ່ນ ແລະ ຂອງບັນດາທ່ານຜູ້ນໍາພັກ-ລັດ ຕະຫຼອດເຖິງບັນດາສະຫາຍພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວ ຜູ້ທີ່ເສຍສະຫຼະຊີວິດເພື່ອພາລະກິດປະຕິວັດເມື່ອກ່ອນ ກໍຄືເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ.
ກອງປະຊຸມໃຫຍ່ຜູ້ແທນຂອງພວກເຮົາທຸກສະໄໝ ລ້ວນແຕ່ມີຄວາມໝາຍສໍາຄັນ, ເປັນເຫດການການເມືອງຂອງປະເທດເຮົາ; ສໍາລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກຄັ້ງນີ້ ກໍແມ່ນເຫດການການເມືອງໜຶ່ງທີ່ສຳຄັນ ໃນຂະບວນວິວັດແຫ່ງການກຳເນີດ, ເຕີບໃຫຍ່ ແລະ ຂະຫຍາຍຕົວຂອງພັກເຮົາ ຕະຫຼອດໄລຍະ 70 ປີຜ່ານມາ, ທັງຍັງເປັນບາດລ້ຽວສໍາຄັນແຫ່ງການກ້າວເດີນຂອງປະເທດຊາດ ແລະ ປະຊາຊົນລາວເຮົາໃນໄລຍະໃໝ່.
ໃນພິທີ, ຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ທີ່ມີຄວາມສວຍສົດງົດງາມ ເຊິ່ງສະແດງຜ່ານບົດເພງ, ບົດຟ້ອນ ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ
