—————————————–
(ສພຊ) – ໃນບັນຍາກາດແຫ່ງຄວາມປິຕິຊົມຊື່ນ ແລະ ຊົມເຊີຍຜົນສໍາເລັດອັນຈົບງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ; ຕອນເຊົ້າວັນສຸກທີ 9 ມັງກອນນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ພ້ອມດ້ວຍຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ນໍາເອົາກະຕ່າດອກໄມ້ອັນສວຍສົດງົດງາມ ເຂົ້າວາງຕໍ່ໜ້າຮູບປັ້ນຫຼ່ໍຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ໄກສອນ ພົນວິຫານ (ຫຼັກ6).
ການວາງກະຕ່າດອກໄມ້ໃນຄັ້ງນີ້, ກໍເພື່ອເປັນການເຄົາລົບຮັກ, ສະແດງຄວາມກະຕັນຍູຮູ້ບຸນຄຸນ, ລະນຶກເຖິງຄຸນງາມຄວາມດີອັນປະເສີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ອຸທິດຊີວິດ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ມີຄວາມເຂັ້ມແຂງຕະຫຼອດມາ; ທັງນີ້ ກໍເພື່ອເປັນການລາຍງານສະເໜີຕົວຂອງບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ໄດ້ຮັບການເລືອກຕັ້ງ ແລະ ຈະປະຕິບັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນອີກໜຶ່ງວາລະ 5 ປີ ຕໍ່ຈາກນີ້.

