ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ:
ປີ 2022 ສະພາແຫ່ງຊາດ ໄດ້ປະຕິບັດພາລະບົດບາດຕິດຕາມກວດກາ ຜ່ານກົນໄກການດຳເນີນກອງປະຊຸມຮ່ວມກັບຄະນະລັດຖະບານ ໃນການຄົ້ນຄວ້າແກ້ໄຂບັນຫາຮີບດ່ວນຂອງສັງຄົມ ເຊິ່ງໄດ້ພິຈາລະນາເນື້ອໃນ ຈໍານວນ 10 ຫົວຂໍ້ ເປັນຕົ້ນ ການຈັດຕັ້ງປະຕິບັດວາລະແຫ່ງຊາດ, ໂຄງການທົດລອງຂຸດຄົ້ນແຮ່ທາດ; ການຍົກເວັ້ນບາງມາດຕາຂອງກົດໝາຍ, ການຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ, ການປະຕິຮູບບັນດາລັດວິສາຫະກິດ ແລະ ທະນາຄານທຸລະກິດລັດ; ການເໜັງຕີງຂອງອັດຕາແລກປ່ຽນ; ການເພີ່ມຂຶ້ນຂອງລາຄານໍ້າມັນ; ການແຜ່ລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່; ແຜນການທ່ອງທ່ຽວສີຂຽວ, ກົນໄກການເຮັດວຽກ ລະຫວ່າງ ສະພາແຫ່ງຊາດ ກັບ ລັດຖະບານ.
ຄະນະປະຈໍາສະພາແຫ່ງຊາດ ໄດ້ເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ ແລະ ເກັບກໍາຂໍ້ມູນວຽກງານທີ່ພົ້ນເດັ່ນ ຢູ່ສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ ການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການຜັນຂະຫຍາຍເນື້ອໃນກົດໝາຍ ທີ່ເປັນນິຕິກຳໃຕ້ກົດໝາຍ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ການລົງທຶນຂອງລັດໃນເຂດເສດຖະກິດພິເສດ ແລະ ເຂດທ່າບົກໂລຊິສຕິກ. ນອກນັ້ນ, ສະພາແຫ່ງຊາດ ໄດ້ຮັບຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາຂອງພົນ ລະເມືອງ ທັງໝົດ 695 ເລື່ອງ ແລະ ສາມາດພິຈາລະນາແກ້ໄຂໄດ້ຈໍານວນ 113 ເລື່ອງ; ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ ຈຳນວນ 132 ຄັ້ງ, ສັງລວມວຽກງານສາຍດ່ວນກອງປະຊຸມສະພາແຫ່ງຊາດ ໄດ້ຈໍານວນ 232 ຫົວຂໍ້ ແລະ ສົ່ງໃຫ້ກະຊວງ-ອົງການ, ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ຈໍານວນ 25 ພາກສ່ວນ ເພື່ອຄົ້ນຄວ້າແກ້ໄຂ ເຊິ່ງໄດ້ຮັບການແຈ້ງຕອບຄືນ 3 ພາກສ່ວນ ຄື: ອົງການກວດກາແຫ່ງລັດ, ສະພາປະຊາຊົນແຂວງບໍ່ແກ້ວ ແລະ ສະພາປະຊາຊົນແຂວງໄຊຍະບູລີ.

