ການປະຕິບັດພາລະບົດບາດ ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະ ເທດຊາດ:
ປີ 2022 ສະພາແຫ່ງຊາດ ໄດ້ຄົ້ນຄວ້າພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມລັດຖະທໍາມະນູນ ແລະ ກົດໝາຍ ໂດຍຜ່ານການດໍາເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ດັ່ງນີ້:
- ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ໄດ້ພິຈາລະນາ, ຮັບຮອງເອົາບັນດາຫົວຂໍ້ທັງໝົດ ຈຳນວນ 23 ເນື້ອໃນ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈຳນວນ 21 ສະບັບ;
- ຄະນະປະຈຳສະພາແຫ່ງຊາດ ໄດ້ປະຕິບັດພາລະບົດບາດແທນສະພາແຫ່ງຊາດ ໃນເວລາບໍ່ໄດ້ເປີດກອງປະຊຸມສະພາແຫ່ງຊາດ ດ້ວຍການພິຈາລະນາຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຢູ່ກອງປະຊຸມສະໄໝສາມັນ ແລະ ກອງປະຊຸມສະໄໝວິສາມັນ ຂອງຄະນະປະຈໍາສະພາແຫ່ງຊາດ ຈຳນວນ 9 ຄັ້ງ ເຊິ່ງໄດ້ພິຈາລະນາຫົວຂໍ້ສໍາຄັນຕ່າງໆ ທັງໝົດ 133 ເນື້ອໃນ ແລະ ອອກເປັນມະຕິຄະນະປະຈໍາສະພາແຫ່ງຊາດ 62 ສະບັບ. ໃນນີ້, ພົວພັນກັບວຽກງານລັດຖະບານ ແລະ ບຸກຄະລາກອນຂອງລັດຖະບານ ລວມ 13 ສະບັບ; ວຽກງານສານປະຊາຊົນສູງສຸດ 42 ສະບັບ; ວຽກງານອົງການກວດສອບແຫ່ງລັດ 1 ສະບັບ; ວຽກງານສະພາແຫ່ງຊາດ, ບຸກຄະລາກອນຂອງສະພາແຫ່ງຊາດ ແລະ ການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດ ລວມ 6 ສະບັບ.

