ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຈະໄຂຂຶ້ນໃນວັນອັງຄານນີ້

ມ.ກ. 5, 2026

(ສພຊ) – ຕອນບ່າຍວັນອາທິດທີ 4 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫຼງຂ່າວກ່ອນດໍາເນີນກອງປະຊຸມ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 6 ແລະ ຈະດໍາເນີນໄປຈົນເຖິງວັນທີ 8 ມັງກອນ 2026 ໃຊ້ເວລາ 3 ວັນເຕັມ ທີ່ນະຄອນຫຼວງວຽງຈັນ ເຊິ່ງຈະມີຜູ້ແທນເຂົ້າຮ່ວມ ທັງໝົດ 834 ສະຫາຍ ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 421,865 ສະຫາຍ, ຜູ້ແທນກອງປະຊຸມໃຫຍ່ ແມ່ນຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະ ໄດ້ຜ່ານການເລືອກຕັ້ງຈາກກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ; ນອກນີ້, ຍັງມີແຂກຖືກເຊີນຈໍານວນ 388 ສະຫາຍ ຈະໄດ້ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນ ກອງປະຊຸມສຸດທີ່ມີຄວາມໝາຍສໍາຄັນ ແລະ ຈະກາຍເປັນເຫດການການເມືອງ ແລະ ປະຫວັດສາດອັນໃຫຍ່ຫຼວງຂອງພັກ ແລະ ຂອງຊາດ ເຊິ່ງຈະດໍາເນີນຂຶ້ນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ແລະ ຈະປະກອບດ້ວຍວາລະສໍາຄັນ ຄື:
1. ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ 4 ເອກະສານສໍາຄັນຄື: ຮ່າງໂຄງການການເມືອງ ສະບັບທີ 3 ຂອງພັກ, ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ເຊິ່ງເອກະສານເຫຼົ່ານີ້ ຈະໄດ້ກໍານົດຍຸດທະສາດ, ແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກ, ແນວທາງພັດທະນາເສດຖະກິດ-ສັງຄົມຂອງລັດ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງຂອງ ສປປລາວ.
ເພື່ອຮັບປະກັນໃຫ້ການກະກຽມບັນດາເອກະສານສໍາຄັນຂອງກອງປະຊຸມໃຫຍ່ ມີເນື້ອໃນທີ່ອຸດົມສົມບູນ, ເລິກເຊິ່ງ, ໜັກແໜ້ນ, ມີປະຊາທິປະໄຕ ອະນຸກໍາມະການທີ່ກ່ຽວຂ້ອງ ໄດ້ສຸມໃສ່ຄົ້ນຄວ້າ, ກັ່ນກອງ, ປຶກສາຫາລື ແລະ ນໍາເອົາເນື້ອໃນເອກະສານດັ່ງກ່າວ ລົງທາບທາມ, ລະດົມຄວາມເຫັນຢ່າງກວ້າງຂວາງ ດ້ວຍຫຼາກຫຼາຍຮູບແບບ ທັງຢູ່ສູນກາງ, ທ້ອງຖິ່ນ ແລະ ທັງໄດ້ໄປແລກປ່ຽນນໍາປະເທດເພື່ອນມິດຍຸດທະສາດ ແລ້ວປັບປຸງຫຼາຍຫຼົບຫຼາຍຕ່າວ ເພື່ອເຮັດໃຫ້ເອກະສານຂອງກອງປະຊຸມໃຫຍ່ ກາຍເປັນຄັງສາງແຫ່ງສະຕິປັນຍາຂອງທົ່ວປວງຊົນລາວທັງຊາດຢ່າງແທ້ຈິງ.
2. ກອງປະຊຸມຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ຕະຫຼອດສະໄໝທີ XII ເພື່ອແບກຫາບ ພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ກໍຄືປະຊາຊົນໄດ້ມອບໝາຍໃຫ້. ບົນຈິດໃຈທີ່ຕ້ອງຮັບປະກັນການກະກຽມດ້ານບຸກຄະລາກອນ, ກອງປະຊຸມໃຫຍ່ດໍາເນີນໄປຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ແລະ ມີປະຊາທິປະໄຕ ອະນຸກໍາມະການຮັບຜິດຊອບ ໄດ້ເປັນເຈົ້າການຄົ້ນຄວ້າ, ອອກນິຕິກໍາທີ່ກ່ຽວຂ້ອງ ແລະ ນໍາພາການທາບທາມບຸກຄະກອນຢ່າງເປັນລະບົບຕໍ່ເນື່ອງ ແຕ່ຮາກຖານຂຶ້ນມາ ດ້ວຍວິທີການ ແລະ ຮູບແບບທີ່ເໝາະສົມ ເພື່ອ ຮັບປະກັນໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເປັນຜູ້ທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ, ປ່ຽມລົ້ນໄປດ້ວຍສະຕິປັນຍາ, ຊື່ສັດບໍລິສຸດຜຸດຜ່ອງ, ຈົງຮັກພັກດີ, ນໍາພາທົ່ວພັກ ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ.
ໂດຍລວມແລ້ວ, ຜ່ານຂະບວນການຫ້າງຫາກະກຽມຢ່າງເປັນລະບົບ ແຕ່ປີ 2023 ເປັນຕົ້ນມາ ແລະ ພາຍໃຕ້ການນໍາພາ-ຊີ້ນໍາຢ່າງຈົດ ຈໍ່ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສາມາດເວົ້າໄດ້ວ່າ ການກະກຽມກອງປະຊຸມໃຫຍ່ຂອງພັກເຮົາ ແມ່ນຂະບວນການອັນກວ້າງຂວາງຂອງມະຫາຊົນ ເຊິ່ງເປັນໝາກຜົນ ແລະ ການປະກອບສ່ວນອັນສໍາ ຄັນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ທີ່ໄດ້ດໍາເນີນໄປຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສໍາເລັດສໍາຄັນໃຫຍ່ຫຼວງຫຼາຍດ້ານຜ່ານມາ, ສ້າງພື້ນຖານທີ່ ໜັກແໜ້ນ ໃຫ້ກັບບາດກ້າວ ກໍຄືຍ່ານທາງສືບຕໍ່ຈັດຕັ້ງປະຕິບັດໃນສະໄໝທີ XII ຂອງພັກ.
ມາຮອດເວລານີ້, ຖືເປັນເວລາອັນມີສະຫງ່າລາສີ, ເປັນເວລາທີ່ມີຄວາມສຸກງອມ ແລະ ເປັນເວລາທີ່ພວກເຮົາໄດ້ມີຄວາມພ້ອມຢ່າງຮອບດ້ານແລ້ວ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ກໍາລັງຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 6-8 ມັງກອນທີ່ຈະມາເຖິງນີ້; ໃນນາມຕາງໜ້າກອງເລຂາກອງປະຊຸມໃຫຍ່, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ດ້ວຍຄວາມພາກພູມໃຈ ແລະ ເປັນຂະບວນຟົດຟື້ນ.
ໃນໄລຍະດໍາເນີນກອງປະຊຸມໃຫຍ່, ຍັງຈະມີຂ່າວປະຈໍາວັນເພື່ອແຈ້ງໃຫ້ທົ່ວປວງຊົນລາວທັງຊາດ ໄດ້ຮັບຊາບຜົນຂອງການດໍາເນີນກອງປະຊຸມໃຫຍ່ໃນແຕ່ລະວັນ ແລະ ພາຍຫຼັງສໍາເລັດການດໍາເນີນກອງປະຊຸມໃຫຍ່, ຂ້າພະເຈົ້າ ຍັງຈະລາຍງານຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ສໍານັກຂ່າວ ແລະ ທົ່ວປວງຊົນລາວທັງຊາດ ໄດ້ຮັບຊາບຢ່າງເປັນທາງການຕື່ມອີກ.