ກອງປະຊຸມຝຶກອົບຮົມ ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ, ເມືອງ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ(ສສຂ) ຊຸດທີ V.

ທ.ວ. 31, 2025

ວັນທີ່ 30 ທັນວາ 2025 ນີ້, ຢູ່ທີ່ສະໂມສອນແຂວງ ໄດ້ຈັດກອງປະຊຸມຝຶກອົບຮົມ ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ, ຂັ້ນເມືອງ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ(ສສຂ) ຊຸດທີ V, ໂດຍເປັນປະທານຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ມີທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ບັນດາທ່ານກໍາມະການຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຄະນະກໍາມະການເລືອກຕັ້ງຂັ້ນເມືອງ 7 ເມືອງ, ກອງພົນທີ III, 2 ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ 245 ທ່ານ, ຍິງ 40 ທ່ານ. ກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ-ຊີີ້ນໍາ ຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V; ເພີີ່ມທະວີການນໍາພາແນວຄິດ, ເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V; ເນື້ອໃນສໍາຄັນຂອງກົດໝາຍ ວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ແຜນດໍາເນີນງານຂອງຄະນະກໍາມະການເລືອກຕັັ້ງຂັ້ນແຂວງ ເພື່ອການເລືອກຕັັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V. ພ້ອມກັນນັ້ນ, ໄດ້ຮັບຟັງການລາຍງານຈາກ 5 ອະນຸກໍາມະການ ໃນການກະກຽມວຽກງານຂອງຕົນຕື່ມອີກ. ເພື່ອເຮັດໃຫ້ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ດໍາເນີນຖືກຕ້ອງຕາມກົດໝາຍ, ລະບຽບການ, ສອດຄອ່ງກັບສະພາບຕົວຈິງຂອງແຕ່ລະເມືອງ ແລະ ມີປະສິດທິຜົນສູງ, ກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມປະ ກອບຄໍາຄິດຄໍາເຫັນ, ແລກປ່ຽນບົດຮຽນເຊິງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຈະແຈ້ງ ແລະ ເປັນເອກະພາບກັນ ຕໍ່ກັບວຽກງານການເລືອກຕັ້ງຄັ້ງນີ້; ພ້ອມທັງໃຫ້ພະນັກງານຫຼກແຫຼ່ງ ໄດ້ນໍາເອົາເອກະສານທີ່ໄດ້ຮັບການເຜີຍແຜ່, ເຊື່ອມຊຶມ ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ສອດຄ່ອງກັບຈຸດພິເສດ ຂອງແຕ່ລະພາກສ່ວນ, ແຕ່ລະເມືອງ. ກອງປະຊຸມດັ່ງກ່າວດໍາເນີນເປັນເວລາ 1 ວັນເຕັມ ຈື່ງສຳເລັດ. ພາບ/ຂ່າວ: ສະພາປະຊາຊົນແຂວງ.