ເຝິກອົບຮົມວຽກງານເລືອກຕັ້ງໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງ ນວ

ທ.ວ. 30, 2025

(ສພຊ) – ວັນທີ 30 ທັນວານີ້ ທີ່ຫ້ອງປະຊຸມສຳນັກງານອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມີການເຝິກອົບຮົມ, ເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານວຽກງານເລືອກຕັ້ງ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງນະຄອນຫຼວງວຽງຈັນ ເພື່ອກະກຽມ ແລະ ດຳເນີນການເລືອຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງ 1 ແລະ ສະພາປະຊາຊົນຂັ້ນນະຄອນຫຼວງວຽງຈັນ ຊຸດທີ V ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງ, ປະທານຄະນະກຳມະການເລືອກຕັ້ງນະຄອນຫຼວງວຽງຈັນ (ຄນວ), ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານຄະນະປະຈຳ ແລະ ກຳມະການພັກ ນວ, ຮອງປະທານ, ກໍາມະການ ແລະ ອະນຸກຳມະການຊ່ວຍວຽກ ຄນວ ພ້ອມດ້ວຍຄະນະກໍາມະການເລືອກຕັ້ງຂັ້ນເມືອງ ເຂົ້າຮ່ວມຫຼາຍກວ່າ 280 ທ່ານ.
ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ການກະກຽມ ແລະ ດໍາເນີນການເລືອກຕັ້ງ ຖືກຕ້ອງຕາມເນື້ອໃນຈິດໃຈຊີ້ນຳຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການຊີ້ນຳຂອງພັກ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ຕາມມະຕິສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025; ເພື່ອເຊື່ອມຊຶມບັນດາເອກະສານສຳຄັນກ່ຽວກັບການເລືອກຕັ້ງ, ແນະນຳການກະກຽມ ແລະ ດໍາເນີນການເລືອກຕັ້ງ ໃຫ້ຖືກຕ້ອງຕາມກົດໝາຍ, ແລະ ມີຄວາມເປັນເອກະພາບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ; ເພື່ອສຶກສາອົບຮົມການເມືອງ-ແນວຄິດ ແລະ ປຸກລະດົມການເສີມຂະຫຍາຍຈິດໃຈຮັກຊາດ, ການໃຊ້ສິດປະຊາທິປະໄຕໃນການເລືອກຕັ້ງ, ຍົກສູງສະຕິຊາດ, ມີຄວາມເປັນເອກະພາບ ແລະ ຄວາມສາມັກຄີປອງດອງ, ມີສະຕິລະວັງຕົວ, ເປັນເຈົ້າການຕອບຕ້ານກົນອຸບາຍ ແລະ ການທຳລາຍຂອງພວກປໍລະປັກ ທີ່ຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຄື: ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ເພີ່ມທະວີນໍາພາແນວຄິດ ແລະ ເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ເນື້ອໃນສໍາຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ເຊື່ອມຊຶມແຜນດໍາເນີນງານຂອງຄະນະກໍາມະການເລືອກຕັ້ງນະຄອນຫຼວງວຽງຈັນ ເພື່ອກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V.
ຜູ້ເຂົ້າຮ່ວມໄດ້ເອົາໃຈໃສຄົ້ນຄວ້າ, ເຊື່ອມຊຶມ ແລະ ປະກອບຄວາມເຫັນຕໍ່ແຕ່ລະເນື້ອໃນ ເພື່ອຄວາມເຂົ້າໃຈເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
‎(ນາງ ກຸກກິກ ບຸດດາໄຊ)