ການເຄື່ອນໄຫວວຽກງານການຕ່າງປະເທດ
ປີ 2021 ສະພາແຫ່ງຊາດ ເອົາໃຈໃສ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ມາເປັນແຜນການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ໄດ້ທັງໝົດ 60 ຄັ້ງ. ໃນນີ້, ເຄື່ອນໄຫວຢ້ຽມຢາມ, ພົບປະແລກປ່ຽນບົດຮຽນກັບບັນດາປະເທດເພື່ອນມິດຍຸດທະສາດ ຈໍານວນ 13 ຄັ້ງ; ເຂົ້າຮ່ວມກອງປະຊຸມລະດັບພາກພື້ນ ແລະ ສາກົນ ໃນຮູບແບບດໍາເນີນກອງປະຊຸມປົກກະຕິ ແລະ ກອງປະຊຸມທາງໄກ ໄດ້ຈຳນວນ 30 ຄັ້ງ; ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ລວມທັງທູຕານຸທູດ, ອົງການຈັດຕັ້ງພາກພື້ນ-ສາກົນ ທີ່ປະຈໍາຢູ່ ສປປລາວ ຈໍານວນ 17 ຄັ້ງ. ອັນພົ້ນເດັ່ນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ແຕ່ງຕັ້ງຄະນະມິດຕະພາບລັດຖະສະພາ ລະຫວ່າງສະພາແຫ່ງຊາດ ກັບບັນດາຕ່າງປະເທດ ທັງໝົດ 22 ຄະນະ ແລະ ແຕ່ງຕັ້ງຄະນະອົງການລັດຖະສະພາພາກພື້ນ ແລະ ສາກົນ ຈໍານວນ 3 ອົງການ ຄື: ຄະນະສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ (AIPA), ຄະນະສະຫະພັນລັດຖະສະພາສາກົນ (IPU) ແລະ ຄະນະສະມັດຊາ ລັດຖະສະພາບັນດາປະເທດທີ່ໃຊ້ພາສາຝຣັ່ງ (APF).

