(ສພຊ) - ພິທີສະເຫຼີມສະຫຼອງບຸນກິນຈຽງຊົນເຜົ່າມົ້ງ ຈຸດສຸມກຸ່ມບ້ານພັດທະນາ-ນາເລົາ ຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ປະຈໍາປີ 2025 ໄດ້ຈັດຂຶ້ນເມື່ອວັນທີ 23 ທັນວາຜ່ານມາ ດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ໂດຍມີທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສົມປະສົງ ສຸວົງຄໍາຈັນ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ, ບັນດາການນຳຂັ້ນແຂວງ-ເມືອງ, ເຈົ້າກົກ-ເຈົ້າເຫຼົ່າ, ຫົວໜ້າຊິ່ງຊາວ ແລະ ປະຊາຊົນບັນດາເຜົ່າ 11 ບ້ານພາຍໃນເມືອງ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ຈັນເພັງ ຊົ່ງ ກຳມະການແນວລາວສ້າງຊາດແຂວງວຽງຈັນ ໄດ້ລາຍງານກ່ຽວກັບຄວາມເປັນມາຂອງບຸນກິນຈຽງ (ນໍເປເຈົ່າ) ຊົນເຜົ່າມົ້ງ ໂດຍປະຕິບັດຕາມຮີດຄອງປະເພນີຂອງຊົນເຜົ່າມົ້ງ ເຊິ່ງໄດ້ຈັດຂຶ້ນທຸກໆປີ ທີ່ໄດ້ສືບທອດກັນມາແຕ່ດົນນານແລ້ວ, ເປັນການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່, ຕີລາຄາຜົນສໍາເລັດແຫ່ງການເກັບກູ້ຜົນຜະລິດຜົນລະປູກ; ຊົນເຜົ່າມົ້ງ ມີວັດທະນະທໍາ-ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງເຜົ່າ, ມີມູນເຊື້ອຕໍ່ສູ້ພິລະອາດຫານບໍ່ຍອມຈໍານົນ, ມີຄວາມອົດທົນ, ກ້າຫານ, ດຸໝັ່ນ. ບຸນດັ່ງກ່າວ ແມ່ນກົງກັບເດືອນ 12 ສາກົນ ແລະ ກົງກັບແຮມ 15 ຄໍ່າຂອງເດືອນຈຽງເດືອນລາວ ແລະ ຈັດຂຶ້ນພາຍຫຼັງເກັບກູ້ຜົນຜະລິດກະສິກໍາສໍາເລັດ; ກ່ອນຈະເຖິງບຸນນໍເປເຈົ່າຂອງປະຊາຊົນເຜົ່າມົ້ງ ໄດ້ມີການຫ້າງຫາກະກຽມສິ່ງທີ່ຈໍາເປັນ ເປັນຕົ້ນ ເຕົ້າໂຮມເຄື່ອງມືອອກແຮງງານທຸກຊະນິດ, ກະກຽມສະບຽງອາຫານການກິນປະເພດຕ່າງໆ ແລະ ເຄື່ອງໃຊ້ພາຍໃນຄອບຄົວເຊັ່ນ: ເຂົ້າ, ເຂົ້າປະປາ, ຜັກ, ຟືນ, ນໍ້າ, ເຄື່ອງນຸ່ງ ແລະ ອື່ນໆ ໃຫ້ພຽງພໍພາຍໃນກໍານົດ 3 ວັນ; ໃນເວລາເຮັດບຸນ ຕ້ອງໄດ້ຄະລໍາ 3 ວັນ ໂດຍສະເພາະຫ້າມໃຊ້ຈ່າຍເງິນຄໍາ, ຫ້າມໄປອອກແຮງງານ, ໄປຊອກຫາກິນ, ຫ້າມຫຼິ້ນພ້າ, ມີດ ທີ່ເປັນປະເພດແຫຼມຄົມ ແລະ ອື່ນໆ; ໃນໂອກາດບຸນປີໃໝ່ດັ່ງກ່າວ ຍັງເປັນເງື່ອນໄຂໃຫ້ແກ່ຊາຍໜຸ່ມ-ຍິງໜຸ່ມ (ບ່າວ-ສາວ) ໄດ້ພົບໜ້າພໍ້ຕາ ແລະ ມີໂອກາດຊອກຫາຄູ່ຄອງເພື່ອສ້າງຄອບຄົວ.
ໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ກ່າວວ່າ: ການສະເຫຼີມສະຫຼອງບຸນປີໃໜ່ຂອງພີ່ນ້ອງຊົນເຜົ່າມົ້ງ ແມ່ນບຸນໜຶ່ງທີ່ມີຄວາມໝາຍສໍາຄັນໃນຊີວິດວັດທະນະທໍາຮີດຄອງປະເພນີອັນເປັນມູນເຊື້ອທີ່ດີງາມ ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ ທັງເປັນການປະກອບສ່ວນໃນການອະນຸລັກ ແລະ ສົ່ງເສີມດ້ານວັດທະນະທໍາຮີດຄອງປະເພນີຂອງຊົນເຜົ່າ, ການສະເຫຼີມສະຫຼອງບຸນນໍເປເຈົ່າປີນີ້ ດໍາເນີນແບບກະທັດຮັດເບົາບາງ, ຖືເນື້ອໃນຄວາມໝາຍເປັນຈຸດສຸມ ແນໃສ່ປະຕິບັດນະໂຍບາຍການປະຢັດ ແລະ ຫຼຸດຜ່ອນການຟຸມເຟືອຍ. ພ້ອມກັນນີ້, ໃນພິທີ ຍັງໄດ້ມອບໃບຍ້ອງຍໍໃຫ້ຜູ້ອຸປະຖໍາງານດັ່ງກ່າວ ພ້ອມທັງຮັບຊົມການສະແດງສິລະປະ-ວັນນະຄະດີ ແລະ ຮ່ວມໂຍນໝາກຄອນຕາມປະເພນີອີກດ້ວຍ.
(ພາບ-ຂ່າວ: ສນຊ)

