ກອງປະຊຸມຄະນະປະຈຳການຂອງ ຄລຊ

ທ.ວ. 24, 2025

(ສພຊ) – ວັນທີ 24 ທັນວານີ້ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມຄະນະປະຈຳການຂອງຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ) ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກຳມະການເລືອກຕັ້ງລະດັບຊາດ ເຊິ່ງມີບັນດາທ່ານຮອງປະທານ ຄລຊ, ອະນຸກຳມະການຕ່າງໆ ແລະ ກອງເລຂາຊ່ວຍວຽກ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງລາຍງານການສະຫຼຸບຕີລາຄາການເຄື່ອນໄຫວວຽກງານບາດກ້າວທີ 1, 2 ແລະ ແຜນການຈັດຕັັ້ງປະຕິບັດວຽກງານບາດກ້າວທີ 3 ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ; ຜົນສໍາເລັດການດຳເນີນກອງປະຊຸມເຝິກອົບຮົມໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ແລະ ບັນຫາຂໍທິດຊີ້ນໍາຈາກກອງປະຊຸມຈໍານວນໜຶ່ງ; ພ້ອມກັນນັ້ນ, ກໍໄດ້ຮັບຟັງການລາຍງານເພີ່ມຕື່ມຂອງແຕ່ລະອະນຸກໍາມະການຂອງ ຄລຊ. ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່​ຄົ້ນຄວ້າ, ປະກອບຄວາມເຫັນຢ່າງເລິກເຊິ່ງ, ກົງໄປກົງມາ ແລະ ມີຈຸດສຸມ ຕໍ່ແຕ່ລະເນື້ອໃນ ເພື່ອກ້າວໄປສູ່ການຕົກລົງເປັນເອກະພາບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
(ນາງ ກຸກກິກ ບຸດດາໄຊ)