
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 23 ທັນວາ 2025 ຢູ່ທີ່ສະໂມສອນຂອງແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ,ມີການນໍາຂອງແຂວງ,ອະດີດການນໍາຂອງແຂວງ, ອະດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ອະດີດສະມາຊິກສະພາປະຊາຊົນແຂວງ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ,ສະມາຊິກສະພາປະຊາຊົນແຂວງ, ການນໍາຂອງເມືອງ, ພະແນກການ,ອົງການລັດທຽບເທົ່າພະແນກຂັ້ນແຂວງ , ສອງກອງບັນຊາການຂອງແຂວງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ,ອົງການກວດສອບປະຈໍາພາກເໜືອ-2ແລະ ແຂກຖືກເຊີນ ເຂົ້້າຮ່ວມທັງໝົດ 180 ກວ່າທ່ານ.

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ IV ຄັ້ງນີ້ ຈະໄດ້ພິຈາລະນາ, ຮັບຮອງເອົາ 7 ບັນສໍາຄັນພື້ນຖານຂອງແຂວງ ຄື ພິຈາລະນາ, ຮັບຮອງເອົາ ການສະເໜີສ້າງຕັ້ງ ຫ້ອງການຄະນະກໍາມະການສົ່ງເສິີມ ແລະ ຄຸ້ມຄອງການລົງທຶນແຂວງຫຼວງນໍ້າທາ ແລະ ບຸກຄະລາກອນຂອງແຂວງ ຕາມສະເໜີຂອງອົງການປົກຄອງແຂວງ;ພິຈາລະນາ, ຮັບຮອງເອົາ ການສະເໜີສ້າງຕັ້ງຕາແສງ ຂອງແຂວງຫຼວງນໍ້າທາ ຕາມການສະ ເໜີຂອງອົງການປົກຄອງແຂວງ;ພິຈາລະນາ, ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານ 5 ປີ (2021-2025), ການປະຕິບັດວຽກງານປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030), ແຜນວຽກຈຸດສຸມປະຈໍາປີ 2026 ຂອງແຂວງ;ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025; ທິດທາງແຜນການ 5 ປີ (2026-2030), ແຜນວຽກຈຸດສຸມປະຈໍາປີ 2026 ແລະ ຜົນການກວດກາ ຕາມຜົນຂອງການກວດສອບ ປີ 2023;ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງອົງການກວດສອບປະຈໍາພາກເໜືອ-2 ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 3 ປີ (2023-2025), ປະຈໍາປີ 2025; ທິດທາງແຜນການ 5 ປີ (2026-2030), ແຜນວຽກຈຸດສຸມປະຈໍາປີ 2026 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຂອງແຂວງຫຼວງນໍ້າທາ;ພິຈາລະນາ, ຮັບຮອງເອົາ ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025; ທິດທາງແຜນການ 5 ປີ (2026-2030) ແລະ ແຜນວຽກຈຸດສຸມປະຈໍາປີ 2026 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ; ພິຈາລະນາ, ຮັບຮອງເອົາ ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ການປະຕິບັດວຽກງານປະຈໍາປີ 2025; ທິດທາງແຜນການ 5 ປີ (2026-2030) ແລະ ແຜນວຽກຈຸດສຸມປະຈໍາປີ 2026 ຂອງສະພາປະຊາຊົນແຂວງ.
ກອງປະຊຸມຄັ້ງນີ້ຈະໄດ້ດໍາເນີນເປັນເວລາ 3 ວັນແຕ່ວັນທີ 23-25 ທັນວາ 2025 ຈື່ງຈະສຳເລັດ

ໂດຍ ນາງ ອຳພອນ ສີປະເສີິດ

