ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈຳເດືອນທັນວາ 2025

ທ.ວ. 21, 2025

(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນທັນວາ 2025 ໄດ້ດໍາເນີນຂຶ້ນໃນວັນທີ 18-19 ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານຄະນະປະຈໍາ ແລະ ກຳມະການໃນຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ດັ່ງນີ້:
1). ບົດລາຍງານກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ;
2). ບົດລາຍງານກ່ຽວກັບການກະກຽມວຽກງານເລືອກຕັ້ງ;
3). ບົດລາຍງານໜັງສືສະເໜີຂອງລັດຖະບານ ຈໍານວນ 9 ຫົວຂໍ້ເນື້ອໃນ ຄື:
(1) ພິຈາລະນາໂຄງການເຂື່ອນໄຟຟ້ານໍ້າເທີນຫີນບູນ ຂອງບໍລິສັດໄຟຟ້າລາວ;
(2) ພິຈາລະນາໜັງສືສະເໜີຂອງລັດຖະບານ ກ່ຽວກັບການຂໍຫັນປ່ຽນທີ່ດິນປ່າໄມ້ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການລົງທືນຕ່າງໆ ຄື:
– ການຂໍຫັນປ່ຽນທິ່ດິນປ່າໄມ້ ທີ່ນອນໃນເຂດອຸທິຍານແຫ່ງຊາດ ນາກາຍ – ນໍ້າເທີນ ເພື່ອນໍາໃຊ້ເຂົ້າໃນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ;
– ການຂໍຫັນປ່ຽນທີ່ດິນປ່າໄມ້ ທີ່ນອນໃນເຂດປ່າປ້ອງກັນແຫ່ງຊາດ ຍອດນໍ້າງຽບ ເພື່ອນໍາໃຊ້ເຂົ້າໃນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຢູ່ເມືອງຄູນ ແຂວງຊຽງຂວາງ;
– ການຂໍຫັນປ່ຽນທີ່ດິນປ່າໄມ້ ທີ່ນອນໃນເຂດປ່າຜະລິດແຫ່ງຊາດ ລ້ອງຄາວ-ລ້ອງຄານ ເພື່ອນຳໃຊ້ເຂົ້າໃນໂຄງການຂຸດຄົ້ນ, ປຸງແຕ່ງແຮ່ຄຳ ແລະ ແຮ່ຕິດພັນ ຢູ່ເມືອງພູກູດ ແຂວງຊຽງຂວາງ;
– ການຂໍຫັນປ່ຽນທີ່ດິນປ່າໄມ້ ທີ່ນອນໃນປ່າຜະລິດແຫ່ງຊາດ ຍອດເຍືອງ-ຜາແດງ ແລະ ປ່າປ້ອງກັນແຫ່ງຊາດ ສົບແປນ-ຫ້ວຍໂກ້ ເພື່ອນໍາໃຊ້ເຂົ້າໃນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຢູ່ເມືອງກວັນ ແຂວງຫົວພັນ;
– ການຂໍຫັນປ່ຽນທີ່ດິນປ່າໄມ້ທຳມະຊາດ ທີ່ນອນໃນປ່າຜະລິດແຫ່ງຊາດ ນໍ້າປາ-ຫ້ວຍວີ ເພື່ອນຳໃຊ້ເຂົ້າໃນການຂຸດຄົ້ນ, ປຸງແຕ່ແຮ່ຊືນ ແລະ ແຮ່ເງິນ ຢູ່ເມືອງຊານໄຊ ແຂວງອັດຕະປື;
– ການຂໍຫັນປ່ຽນປະເພດທີ່ດິນປ່າໄມ້ ທີ່ນອນໃນປ່າສະຫງວນ ພູອິນຖິ່ນລະດັບແຂວງ ເພື່ອນໍາໃຊ້ເຂົ້າໃນໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ເມືອງຫີນເຫີບ ແລະ ເມືອງເຟືອງ ແຂວງວຽງຈັນ;
– ການຂໍຫັນປ່ຽນທີ່ດິນປ່າໄມ້ ທີ່ນອນໃນປ່າສະຫງວນ ນໍ້າມວນ-ພູຈອມວອຍ ແລະ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເພື່ອນຳໃຊ້ເຂົ້າໃນໂຄງການໄຟຟ້າພະລັງງານລົມ ເຈືອງເຊິນ 2 ຢູ່ເມືອງຄໍາເກີດ ແລະ ເມືອງໄຊຈໍາພອນ ແຂວງບໍລິຄຳໄຊ;
– ການສະເໜີຂໍດັດແກ້ມູນຄ່າໂຄງການກໍ່ສ້າງຊົນລະປະທານອ່າງເກັບນ້ຳ ຫ້ວຍອາໄກ້ ຢູ່ເມືອງພີນ ແຂວງສະຫວັນນະເຂດ (ໄລຍະທີ 1) ເພື່ອກໍານົດເຂົ້າໃນແຜນການລົງທຶນຂອງລັດ.

(ນາງ ກຸກກິກ ບຸດດາໄຊ)