

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ່ IV. ໄຂຂຶ້ນໃນວັນທີ 17 ທັນວາ 2025. ທີ່ຫ້ອງປະຊຸມໃຫຍ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີບັນດາການນໍາພັກ-ລັດຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ອາດີດການນໍາພັກ-ລັດ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ. ໃນກອງປະຊຸມ ບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ, ປະກອບຄໍາເຫັນ ແລະ ລົງຄະແນນສຽງດ້ວຍຄວາມເປັນເອກະສັນ ໄດ້ພິຈາລະນາ ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ, ໃນນີ້ໄດ້ພິຈາລະນາ ຮັບຮອງເອົາການແຕ່ງຕັ້ງ ແລະ ຍົກຍ້າຍ, ປະທານ, ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ບຸກຄາລະກອນທີ່ເປັນກໍາມະການ ຄະນະກໍາມະການປົກຄອງແຂວງ ຄື:
- ທ່ານ ທະນູໄຊ ບັນຊາລິດ ເປັນປະທານຄະນະກໍາມະການປົກຄອງແຂວງ
- ທ່ານ ສຸລິວົງ ອະໄພວົງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ ຄວບຕໍາແໜ່ງຫົວໜ້າພະແນກການເງີນ
- ທ່ານ ສີໄລ ສີສະແຫວງສຸກ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ
- ທ່ານ ພັອ ສັກສິດ ສີພັນດວງ ເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ
- ທ່ານ ບຸນທະມາລີ ໝັ້ນອານົງ ເປັນຫົວໜ້າພະແນກຍຸຕິທໍາ
- ທ່ານ ຄໍາໝັ້ນ ສີສະໝຸດ ເປັນຫົວໜ້າພະແນກສາທາລະນະສຸກແຂວງ
- ທ່ານ ພອນໄຊ ໄກສອນເສນາ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ
- ທ່ານ ອຸດົມສິນ ສີຊານົນ ເປັນຫົວໜ້າພະແນກສືກສາທິການ ແລະ ກີລາແຂວງ
- ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ
- ທ່ານ ມີໄຊ ສີສະແຫວງສຸກ ເປັນຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ
- ທ່ານ ປອ ຄໍາພັນ ແກ້ວມະນີ ເປັນຫົວໜ້າພະແນກການຕ່າງປະເທດແຂວງ
- ທ່ານ ລິດຄໍາ ໂຮມອິນຕາ ເປັນຫົວໜ້າຫ້ອງວ່າການແຂວງ
- ທ່ານ ກົງໃຈ ສີດາວົງ ເປັນຫົວໜ້າພະແນກກະສີກໍາ ແລະ ສິ່ງແວດລ້ອມແຂວງ
- ທ່ານ ສຸດໃຈ ກົມມະເມືອງ ເປັນຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ
- ທ່ານ ຂັນທອງ ຍິ້ນດາວົງ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ
- ທ່ານ ພັອ ບຸນຈັນ ສີຫາວົງ ເປັນຫົວໜ້າການທະຫານ ກອງບັນຊາການທະຫານແຂວງ
- ທ່ານ ບຸນປອນ ອ່ອນໄຊວຽງ ເປັນຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ.
- ທ່ານ ອິນປັນ ອິນທິລາດ ໄປຮັບໜ້າທີ່ໄໝ່ຢູ່ອົງຄະນະພັກເມືອງສາມັກຄີໄຊ.
- ທ່ານ ສົມໄຊ ແກ້ວມະນີວັນ ໄປຮັບໜ້າທີ່ໄໝ່ຢູ່ອົງຄະນະພັກເມືອງໄຊເສດຖາ.
ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ໃຫ້ດໍາລົງຕໍາແໜ່ງ ນໍາພາ-ຄຸ້ມຄອງ ຂອງແຂວງ ໃນຄັ້ງນີ້ ລ້ວນແຕ່ຖືກຕ້ອງຕາມຂັ້ນຕອນ ຂອງລັດຖະທໍາມະນູນ ແລະ ກົດໝາຍ, ຮັບປະກັນມາດ ຖານເງື່ອນໄຂ ແລະ ສອດຄ່ອງກັບຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນບັນດາເຜົ່າ ຊາວແຂວງອັດຕະປື
ວິນັດ

