ປະທານສະພາແຫ່ງຊາດ ຕ້ອນຮັບການຢ້ຽມຂ່ຳນັບ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ

ທ.ວ. 19, 2025

(ສພຊ) – ວັນທີ 18 ທັນວາຜ່ານມາ, ສະຫາຍ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ສປປລາວ.
ສະຫາຍ ປອ. ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຖານສະຫາຍອ້າຍນ້ອງ ເຊິ່ງເປັນການປະກອບສ່ວນຮັດແໜ້ນ ແລະ ເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດ ທີ່ໄດ້ຮັບການຍົກລະ ດັບເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ທັງຕີລາຄາສູງຕໍ່ຜົນການພົບປະ, ເຮັດວຽກ ລະຫວ່າງອົງການໄອຍະການປະຊາຊົນສູງສຸດຂອງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຊິ່ງສອງຝ່າຍໄດ້ມີການພົວພັນຮ່ວມມືທີ່ດີນຳກັນຕະຫຼອດມາ ໂດຍມີການແລກປ່ຽນບົດຮຽນນຳກັນໃນຫຼາຍບັນຫາທີ່ສຳຄັນ ແລະ ເຕັມໄປດ້ວຍໄມຕິຈິດມິດຕະພາບຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ; ພ້ອມກັນທົບທວນຄືນໝາກຜົນການຮ່ວມມືນຳກັນໃນໄລຍະຜ່ານມາ ແລະ ກຳນົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອຈະໄດ້ພ້ອມກັນສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ແຮງແຂງ, ເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການໄອຍະການປະຊາຊົນຂອງສອງປະເທດ ໃຫ້ຮັບປະກັນໄດ້ເຖິງຄວາມຍຸຕິທຳ ແລະ ການປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງລັດ ແລະ ປະຊາຊົນ. ພ້ອມນັ້ນ, ສະຫາຍຍັງກ່າວວ່າ: ສະພາແຫ່ງຊາດ ພ້ອມທີ່ຈະສືບຕໍ່ສ້າງ ແລະ ປັບປຸງບັນດາກົດໝາຍທີ່ກ່ຽວຂ້ອງກັບວຽກງານການດຳເນີນຄະດີ ແລະ ການຕິດຕາມກວດກາ ເພື່ອເປັນພື້ນຖານອັນໜັກແໜ້ນແຂງແກ່ນໃຫ້ແກ່ການປະຕິບັດໜ້າທີ່ຂອງອົງການໄອຍະການ ແລະ ອົງການຍຸຕິທຳອື່ນໆ ໃຫ້ມີປະສິດທິຜົນສູງຂຶ້ນ; ຈາກນັ້ນ, ສະຫາຍຍັງແຈ້ງການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍທາງກວ້າງ ແລະ ທາງເລິກສະເໝີມາ, ສະພາບການພົ້ນເດັ່ນຂອງ ສປປລາວ ແລະ ສະພາແຫ່ງຊາດລາວ.
ໃນໂອກາດດຽວກັນ, ສະຫາຍ ຫງວຽນ ຮຸຍ ຕຽນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສະຫາຍປະທານສະພາແຫ່ງຊາດ ທີ່ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ພ້ອມທັງລາຍງານໃຫ້ຊາບກ່ຽວກັບຜົນຂອງການພົບປະສອງຝ່າຍ ລະ ຫວ່າງສອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ-ລາວ ແລະ ທິດທາງຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳທີ່ໄດ້ເຊັນກັນໃນໄລຍະຜ່ານມາ ເຂົ້າສູ່ວຽກງານຕົວຈິງຢ່າງມີປະສິດທິຜົນ, ຈັດກອງປະ ຊຸມອົງການໄອຍະການບັນດາແຂວງທີ່ມີຊາຍແດນຮ່ວມກັນ ລາວ-ຫວຽດນາມ ຄັ້ງທີ 8 ໃນປີ 2026 ຢູ່ ສປປລາວ; ສືບຕໍ່ຊ່ວຍເຫຼືອກໍ່ສ້າງພະນັກງານໄອຍະການປະຊາຊົນ ສປປລາວ ຢູ່ ສສ.ຫວຽດນາມ; ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໄອຍະການ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ, ແລະ ພັດທະນາລະບົບໄອຍະການດິຈິຕອນ ແລະ ການຫັນເປັນທັນສະໄໝ ໃຫ້ນັບມື້ນັບເຂັ້ມແຂງຍິ່ງຂຶ້ນ.